ກົມ ວສ – ປສ ການທະຫານປາຖະກະຖາວັນສ້າງຕັ້ງພັກ

fri21mar2

ຕອນເຊົ້າວັນທີ 19 ມີນາ 2014 ນີ້, ກົມວິທະຍາສາດ- ປະຫວັດສາດການທະຫານ ໄດ້ຈັດປາຖະກະຖາວັນສ້າງ ຕັ້ງພັກປະຊາຊົນປະຕິວັດ ລາວ ຄົບຮອບ 59 ປີ. ພາຍໃຕ້ ການເປັນປະທານຂອງສະ ຫາຍພົນຈັດຕະວາ ວິໄສ ຈັນ ທະມາດ, ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ, ຫົວຫນ້າກົມວິທະຍາສາດ-ປະຫວັດສາດການທະຫານ ເຊິ່ງມີຄະນະພັກ-ຄະນະບັນ ຊາ, ຄະນະພະແນກການ, ພ້ອມດ້ວຍພະນັກງານ-ນັກ ຮົບພາຍໃນກົມເຂົ້າຮ່ວມ.
ໃນການປາຖະກະຖາຄັ້ງນີ້, ສະຫາຍພົນຈັດຕະວາ ວິໄສ ຈັນທະມາດ ໄດ້ຍົກໃຫ້ເຫັນ ຂະບວນວິວັດແຫ່ງການກຳ ເນີດ ແລະ ເຕີບໃຫຍ່ຂອງພັກ ປະຊາຊົນ ປະຕິວັດລາວ, ຜົນ ສຳເລັດແຫ່ງການຊີ້ນຳ-ນຳ ພາຂອງພັກ, ໃນພາລະກິດຕໍ່ ສູ້ກູ້ຊາດ ແລະ  ປົກປັກຮັກສາ
ສ້າງສາປະເທດຊາດ ໂດຍໄດ້ ເນັ້ນໃຫ້ພະນັກງານ-ນັກຮົບ ພ້ອມກັນເສີມຂະຫຍາຍມູນ ເຊື້ອຂອງພັກ ພ້ອມທັງເຊີດຊູ ນ້ຳໃຈວັນທີ 21 ມີນາ1946 ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ ເສຍສະຫຼະເພື່ອຊາດເພື່ອປະ ຊາຊົນເພາະວ່າເຫດການໃນ ມື້ນັ້ນແມ່ນເຫດການອັນສຳ ຄັນຍິ່ງທາງປະຫວັດສາດແຫ່ງ ການຕໍ່ສູ້ພິລະອາດຫານຂອງ ປະຊາຊົນລາວ ໂດຍສະເພາະ ແມ່ນຊາວເມືອງທ່າແຂກ ແຂວງຄຳມ່ວນ ຕ້ານພວກ ລ່າເມືອງຂຶ້ນຝຣັ່ງໃນບັ້ນຮົບ ປ້ອງກັນຕົວເມືອງທ່າແຂກ ຕິດພັນກັບການຈັດຕັ້ງລະນຶກ ວັນເສຍອົງຄະ ແລະ ເສຍສະ ຫຼະ ຊີວິດເພື່ອປະເທດຊາດ, ໃຫ້ມີເນື້ອໃນເລິກເຊິງ ແລະ ກວ້າງຂວາງເພື່ອແນໃສ່ຈັດ ຕັ້ງແລະຜັນຂະຫຍາຍດຳລັດ ຂອງນາຍົກລັດຖະມົນຕີເລກ ທີ 136/ນຍ ລົງວັນທີ 30/7/ 2008 ວ່າດ້ວຍວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອ ປະເທດຊາດໃຫ້ປະກົດຜົນ ເປັນຈິງ.
ຕອນທ້າຍສະຫາຍໄດ້ຮຽກ ຮ້ອງໃຫ້ບັນດາພະນັກງານ- ນັກຮົບຈົ່ງເຊີດຊູນ້ຳໃຈຮັກ ຊາດ, ນ້ຳໃຈສາມັກຄີ, ມີ ຄວາມຄິດອຸ່ນອຽນທຸ່ນທ່ຽງ, ຕັ້ງຫນ້າປະຕິບັດວຽກງານທີ່ ພັກ-ລັດໄດ້ມອບຫມາຍໃຫ້, ພ້ອມກັນເຊື່ອມຊຶມກຳແຫນ້ນ ແນວທາງນະໂຍບາຍຂອງ ພັກ, ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກ້າວຫນ້າຢ່າງບໍ່ຢຸດຢັ້ງ.

 

http://www.kongthap.gov.la