ກົມອຸຕຸເຕືອນ! ກຽມຮັບມືກັບສະພາບອາກາດທີ່ຮ້າຍແຮງ ໃນ 3 ເດືອນຕໍ່ໜ້າ

Weather Forecast
Weather Forecast

ກົມອຸຕຸນິຍົມ ແລະ ອຸທົກກະສາດຄາດຄະເນສະພາບອາກາດໃນໄລຍະເດືອນ ມິຖຸນາ ຫາ ກໍລະກົດ 2020 ສະພາບຝົນຈະຕົກຕໍ່ເນື່ອງຕິດຕໍ່ກັນຫຼາຍມື້ ເຊິ່ງຈະເຮັດໃຫ້ເກີດມີດິນເຈື່ອນ ແລະ ນໍ້າຖ້ວມຊຸຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.

ໃນໄລຍະຕົ້ນເດືອນສິງຫາ 2020 ສະພາບຝົນຈະຫຼຸດລົງ ແລະ ມີບາງທ້ອງຖິ່ນຈະມີຝົນຕົກໜ້ອຍ ຫຼື ມີຝົນຂາດຊ່ວງ, ເຊິ່ງຈະເຮັດໃຫ້ເກີດມີການຂາດແຄນນໍ້າເພື່ອການກະສິກຳ ໂດຍສະເພາະແມ່ນການຂາດແຄນນໍ້າໃນການປັກດຳເຂົ້ານາປີ ໂດຍສະເພາະພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນທຸກພາກສ່ວນຄວນມິສະຕິ ລະມັດລະວັງ ແລະ ກຽມພ້ອມຮັບມືກັບສະພາບອາກາດຮ້າຍແຮງດັ່ງກ່າວ ທີ່ອາດຈະເກີດຂຶ້ນໄດ້ໃນໄລຍະ 3 ເດືອນຕໍ່ໜ້າ.

 

ຮຽບຮຽງຂ່າວ: ພຸດສະດີ