ກູເກີນນຳລົດທີ່ໄຮ້ຄົນຂັບອອກມາທົດສອບເທິງທ້ອງຖະໜົນ

ບໍລິສັດກູເກີນນຳລົດທີ່ໄຮ້ຄົນຂັບອອກມາທົດສອບເທິງທ້ອງຖະໜົນແລ້ວໃນສະຫາລັດ ຄະນະທີ່ຫົວໜ້າທີມວິສະວະກອນລະບຸວ່າຈະຕິດຕັ້ງພວງມາໄລແບບທີ່ສາມາດຖອດໄດ້ໄວ້ໃນລົກນຳອີກ

ຄລິບຈາກ Thai PBS

ລົດໄຮ້ຄົນຂັບຕົ້ນແບບ 25 ຄັນທີ່ພັດທະນາໂດຍບໍລິສັດກູເກີນຖືກນຳອອກມາທົດສອບເທິງທ້ອງຖະໜົນໃນລະດູຮ້ອນນີ້ ບໍລິສັດກູເກີນໃຊ້ຊອບແວລ໌ລຸ້ນດຽວກັບທີ່ໃຊ້ໃນລົດ lexus ລຸ່ນ RX450 ສຳລັບລົດຕົ້ນແບບຖືກອອກແບບມາໃຫ້ໃຊ້ຄວາມໄວໄດ້ພຽງແຕ່ 40 ກິໂລແມັດຕໍ່ຊົ່ວໂມງ ເພື່ອລຸດຄວາມສ່ຽງທີ່ຈະໄດ້ຮັບບາດເຈັບຮ້າຍແຮງ ບໍລິສັດກູເກີນລະບຸວ່າວ່າລົດລຸ້ນນີ້ຖືເປັນລົດໄຮ້ຄົນຂັບຢ່າງສົມບູນຄັນທຳອິດຂອງໂລກ ເຖິງວ່າໃນຕອນທຳອິດນັ້ນທີມວິສະວະກອນຂອງກູເກີນຈະບໍ່ຕ້ອງການໃຫ້ຕິດຕັ້ງພວງມາໄລ ແລະ ເບຣກໃນລົດໄຮ້ຄົນຂັບ ແຕ່ເມື່ອທົດສອບໄປໄດ້ໄລຍະໜຶ່ງກໍພົບວ່າຈະຕ້ອງຕິດຕັ້ງອຸປະກອນດັ່ງກ່າວໄວ້ໃນລົດຕົ້ນແບບ ເຊີ່ງປະກອບໄປດ້ວຍພວງມາໄລທີ່ສາມາດຖອດອອກໄດ້ ລວມເຖິງເບຣກ ແລະ ຄັນເລັ່ງເພື່ອໃຫ້ຜູ້ທົດສອບສາມາດບັງຄັບລົດໄດ້ໃນຍາມທີ່ຕ້ອງການ ຫຼັງຈາກນີ້ທາງບໍລິສັດຈະທົດສອບເທກໂນໂລຍີເບິ່ງແຍງຄວາມປອດໄພໃຫ້ກັບຜູ້ໂດຍສານໃນລົດ ແລະ ຄົນຍ່າງຖະໜົນຕໍ່ໄປ