ກູບາ ເລັ່ງຄວບຄຸມໄຟໄໝ້ ສາງເກັບນ້ຳມັນ

0
710

ອີງຕາມ​ການລາຍງານຂ່າວ​ຈາກ VOVWORLD, ເມື່ອບໍ່ດົນມານີ້, ກູບາ ​ເລັ່ງຄວບ​ຄຸມ ​ໄຟ​ໄໝ້ ສາງ​ເກັບ​ ນ້ຳມັນ​ເຊື້ອ​ໄຟ ຢູ່ເຂດອ່າວ Matanzas.

ເຫດການໄຟໄໝ້ໃນຄັ້ງນີ້ ເຈົ້າໜ້າທີ່​ເຂົ້າໃຫ້ການຊ່ວຍເຫຼືອໂດຍນຳ​ໃຊ້ ເຮືອບິນ 3 ລຳ ຂອງກຳລັງ ທະຫານອາກາດ ປະຕິວັດ ກູບາ ໄດ້ຂົນນ້ຳ ຈາກອ່າວ Matanzas ປະມານ 2.500 ລິດ ເພື່ອພະຍາຍາມ ເຮັດໃຫ້ເຂດນີ້ ເຢັນລົງ ຢູ່ສະຖານທີ່ ເກີດເຫດ ມີອ່າງເກັບນ້ຳມັນ 3 ແຫ່ງ ​ໄດ້​ຮັບ ​ຄວາມ​ເສຍ​ຫາຍ​ ຢ່າງ​ໜັກ ພາຍຫລັງ ຖືກໄຟ ໄໝ້ເປັນເວລາ ຫລາຍຊົ່ວໂມງ ​ໂດຍມີເຮືອບິນ ບັນຊາ ທາງໄກ ຫລາຍລຳ ກໍ່ເຂົ້າຮ່ວມ ການເຄື່ອນໄຫວ ດັບເພີງ​ ໃນ​ຄັ້ງນີ້.

ສຳລັບສາງເກັບນ້ຳມັນດິບ ມີບໍລິມາດ 50.000​ ເມັດ​ກ້ອນ ໃນເຂດ ອຸດສາຫະກຳ ຢູ່ໃກ້ກັບນະຄອນ Matanzas ຂອງ ກູບາ ກໍ່ຖືກໄຟໄໝ້ ຍ້ອນຟ້າຜ່າ. ມາຮອດ ປະຈຸບັນ, ເຫດໄຟໄໝ້ ໄດ້ເຮັດໃຫ້ ຕຳຫລວດ ດັບເພີງ 1 ຄົນເສຍຊີວິດ, ສູນຫາຍ 14 ຄົນ ແລະ ອີກ 120 ກ່ວາຄົນ ​ໄດ້​ຮັບ​ບາດ​ເຈັບ​.

ນອກ​ນີ້ ຍັງ​ຍົກຍ້າຍ ປະຊາຊົນ ​ໃນ​ພື້ນ​ທີ່ ​ສ່ຽງ​ໄພ ຫລາຍກວ່າ 5.000ຄົນ ​ໄປ​ຢູ່ ​ເຂດ​ປອດ​ໄພ​ແລ້ວ.ປັດຈຸບັນ ​ນະຄອນ Matanzas ​ເປັນ​ນິຄົມ​ ສາງ​ເກັບ​ນ້ຳມັນ ຂະໜາດ​ ໃຫຍ່​ສຸດ ​ຂອງ​ກູ​ບາ ປະກອບ​ດ້ວຍ ​ສາງ​ເກັບ ​ນ້ຳມັນ 8​ແຫ່ງ ​ຊຶ່ງເກັບ​ນ້ຳມັນ ລວມກັນ ​ຫລາຍ​ກວ່າ 300.000 ຖັງ ສ່ວນ​ໃຫຍ່ ​ໃຊ້​ເພື່ອການ​ຜະລິດ ກະ​ແສ​ໄຟຟ້າ ພາຍ​ໃນ​ປະ​ເທດ.

ແຫຼ່ງຂ່າວ: ຂປລ