ກູບາຮັບຮອງເອົາກົດໝາຍໃຫ້ຄົນຮັກເພດດຽວກັນສາມາດເເຕ່ງງານກັນໄດ້

0
853

ກູບາໄດ້ອະນຸມັດ “ກົດໝາຍຄອບຄົວ” ເປີດໂອກາດໃຫ້ກັບການແຕ່ງງານຂອງເພດດຽວກັນ ສາມາດຮັບລ້ຽງລູກບຸນທຳໄດ້ ເສີມສ້າງສິດທິຜູ້ຍິງ ແລະ ເພີ່ມການຄຸ້ມຄອງເດັກ ຜູ້ສູງອາຍຸ ແລະ ສະມາຊິກຄອບຄົວ.

ສຳນັກຂ່າວ ອັລຈາຊີລາ ໄດ້ລາຍງານວ່າ ໃນວັນຈັນທີ 26 ກັນຍາ ທີ່ຜ່ານມາ Alina Balseiro Gutierrez ປະທານສະພາເລືອກຕັ້ງແຫ່ງຊາດ ກ່າວວ່າ ມີປະຊາຊົນຫຼາຍກວ່າ 3,9 ລ້ານຄົນ ຫຼື ປະມານ 66,9% ລົງຄະແນນສຽງເພື່ອຮອງຮັບເອົາກົດໝາຍໃໝ່ນີ້ ໃນຂະນະທີ່ 1,95 ລ້ານຄົນ ຫຼື 33% ທີ່ຄັດຄ້ານ.

ກູບາ ຫຼື ສາທາລະນະລັດກູບາ ເປັນປະເທດການປົດຄອງແບບ ກອມມິວນິດ ກ່ອນໜ້ານີ້ກູບາກໍເປັນປະເທດທີ່ເຄັ່ງດ້ານສາສະໜາ ແຕ່ລັດຖະບານຂອງຟິເດວໄດ້ເຫັນວ່າ ຄວາມເຄັ່ງດ້ານສາສະໜານີ້ເປັນສິ່ງຂັດຂວາງຄວາມຈະເລີນຂອງປະເທດຊາດ ຈຶ່ງເຮັດໃຫ້ລັດຖະບານໄດ້ກຳຈັດສິດເສລີພາບຂອງອົງກອນສາສະໜາ ແລະ ຫັນມາສົ່ງເສີມຄວາມສະເໝີພາບລະຫວ່າງເຊື້ອຊາດ ແລະ ລະຫວ່າງເພດຂອງປະຊາຊົນກູບາ.

ໃນປະເທດລາວເຮົາ ກໍຍັງບໍ່ມີກົດໝາຍທີ່ຮອງຮັບເອົາການແຕ່ງງານຂອງເພດດຽວກັນ ໂດຍກ່ອນໜ້ານີ້ກໍ່ມີແຈ້ງການທາງການຈາກ ຫ້ອງການ ສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ວ່າ “ບໍ່ອະນຸຍາດໃຫ້ຈັດງານໂຄງການປະກວດທີ່ບໍ່ແມ່ນການຄັດເລືອກເອົາຍິງແທ້ ແລະ ຊາຍແທ້ໂດຍກໍາເນີດ” ຈາກການແຈ້ງການດັ່ງກ່າວນັ້ນກໍ່ເຮັດໃຫ້ປະຊາຊົນມີ 2 ສຽງຄື ເຫັນດີ ແລະ ຄັດຄ້ານ ຢ່າງໃດກໍຕາມກໍ່ຍັງບໍ່ມີການແຈ້ງເຖິງສາເຫດແຕ່ຢ່າງໃດ.

ນອກນັ້ນ ທາງດ້ານເພຈ Proud to Be Us Laos – ພູມໃຈທີ່ເປັນເຮົາ ກໍໄດ້ອອກມາໂພສທາງເຟສບຸກວ່າ “ໜຶ່ງໃນ 5 ບັນດາປະເທດ ກອມມິວນິດ ທີ່ເຫຼືອໃນໂລກນີ້ “ຄູບາ” ໄດ້ອອກກົດໝາຍໃຫ້ຄົນຮັກເພດດຽວກັນສາມາດເເຕ່ງງານກັນໄດ້ພາຍໃຕ້ກົດໝາຍຄອບຄົວໂດຍຜ່ານປະຊາມັດຕິ.”

“ບໍ່ວ່າສະຖານະພາບການເມືອງເເບບໃດ, ອານຸລັກນິຍົມ/ເສລີນິຍົມ, ກອມມິວນິດ/ທຶນນິຍົມ ເເລະ ອື່ນໆ ການເປັນຄົນທີ່ມີຄວາມຫຼາກຫຼາຍທາງເພດບໍ່ຄວານເປັນປະເດັນ ຫຼື ບັນຫາທາງການເມືອງເພາະມັນເປັນເລື່ອງທໍາມະຊາດຂອງມະນຸດ ແລະ ມັນຄົນລະເລື່ອງກັນ.”

“ພວກເຮົາຂໍສະເເດງຄວາມຍິນດີກັບອ້າຍເອື້ອຍນ້ອງ ກູບາ ເຮົາເດີ້”

ນອກນີ້ ອົງການອານາໄມໂລກ ເເຫ່ງສະຫະປະຊາຊາດ ປະກາດຊັດເຈນໃນວັນທີ 17 ພຶດສະພາ 1990 ຖອດຖອນກຸ່ມຄົນຫຼາກຫຼາຍທາງເພດ (ການຮັກເພດດຽວກັນ) ອອກຈາກບັນຊີພະຍາດ ຫຼື ການຜິດປົກກະຕິທາງຈິດ.