ກຸ່ມໄວລຸ້ນກໍ່ເຫດບຸກທຳລາຍຊັບສິນຮ້ານໂລງສົບ

ກຸ່ມໄວລຸ້ນຈໍານວນໜຶ່ງຍົກພັກພວກບຸກທໍາລາຍຊັບສິນຮ້ານຂາຍໂລງສົບຊື່ດັງເຂດບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ເປັນເຫດເຮັດໃຫ້ເກີດຄວາມເສຍຫາຍເປັນຈໍານວນຫຼາຍລ້ານກີບ ເຊິ່ງຮ້ານດັ່ງກ່າວ ແມ່ນຮ້ານຂອງທ້າວສິງໂຕ.

ເຈົ້າໜ້າທີ່ກອງສືບສວນ-ສອບສວນຄະດີອາຍາ ປກສ ເມືອງໄຊທານີ ໃຫ້ຮູ້ວ່າ: ເຫດການດັ່ງກ່າວເກີດຂຶ້ນໃນທ່ຽງຄືນ ຂອງວັນທີ 1 ທັນວາ ຜ່ານມາ ໂດຍມີກຸ່ມໄວລຸ້ນປະມານ 20-30 ຄົນພາກັນຂີ່ລົດໃຫຍ່ຈໍານວນ 4 ຄັນ ເຊິ່ງໄດ້ຮ້ອງຫາທ້າວ ສິງໂຕ ແຕ່ຜູ້ກ່ຽວບໍ່ຢູ່ເຮືອນ, ພາຍຫຼັງບໍ່ເຫັນທ້າວ ສິງໂຕ ພວກກຸ່ມໄວລຸ້ນຈໍານວນດັ່ງກ່າວຈິ່ງໄດ້ລົງມືທຸບມ້າງທໍາລາຍຊັບສິນທີ່ຢູ່ຮ້ານຂາຍໂລງສົບ ພ້ອມທັງຍິງປືນຂຶ້ນຟ້າເພື່ອນາບຂູ່ອີກ 1 ນັດ. ເຫດການຄັ້ງນີ້ສົ່ງຜົນໃຫ້ເກີດຄວາມເສຍຫາຍແກ່ຊັບສິນຂອງຮ້ານດັ່ງກ່າວຄື: ລົດອີຊູໆ ຈໍານວນ 3 ຄັນ ຖືກທຸບແວ່ນລົດແຕກທາງດ້ານໜ້າ ແລະດ້ານຂ້າງ, ແກ້ວປ່ອງຢ້ຽມແຕກ 3 ປ່ອງ, ປະຕູ 2 ປ່ອງ ພ້ອມທັງກະທົບຫີບສົບ 32 ໜ່ວຍ ແລະ ຈູດຕູ້ແຊ່ສົບ 1 ໜ່ວຍ.

ກ່ອນເກີດເຫດການດັ່ງກ່າວ, ທ້າວ ສິງໂຕ ພ້ອມພັກພວກໄດ້ພາກັນໄປກໍ່ເລື່ອງຕົບຕີໄວລຸ້ນຢູ່ແຖວສີໄຄກ່ອນ ໂດຍບົດບັນທຶກແຈ້ງຄວາມຂອງທ້າວ ທິບພະຈັນ ອາຍຸປະມານ 21 ປີ ຢູ່ບ້ານວັດໄຕນ້ອຍທົ່ງ ເມືອງສີໂຄດຕະບອງ ວ່າ: ໃນເວລາ 21:45 ໂມງຂອງວັນທີ 1 ທັນວາ, ທ້າວ ສິງໂຕ ພ້ອມພັກພວກຈໍານວນ 15 ຄົນ ໄດ້ພາກັນຂັບຂີ່ລົດໃຫຍ່ຈໍານວນ 2 ຄັນມາຫາຕົນເອງຢູ່ຮ້ານລ້າງລົດແຟັມເມລີ. ພາຍຫຼັງທີ່ມາຮອດກໍໄດ້ຖາມຕົນເອງວ່າ ໄດ້ລັກເອົາເຄື່ອງສີທີ່ເຮັດໂລງສົບບໍ ? ແຕ່ຕົນເອງຕອບວ່າ: ບໍ່ໄດ້ລັກ ມີຫຼັກຖານບໍ່ (ໄລຍະຜ່ານມາ ແມ່ນເຄີຍເຮັດວຽກນໍາທ້າວ ສິງໂຕ. ແຕ່ປັດຈຸບັນແມ່ນອອກວຽກມາໄດ້ 2 ປີແລ້ວ). ຈາກນັ້ນ, ຈິ່ງເກີດມີປາກສຽງກັນ ແລະທ້າວ ສິງໂຕ ກໍໄດ້ໃຊ້ມືຕົບເຂົ້າທີ່ໃບໜ້າຜູ້ກ່ຽວຈໍານວນ 2 ບາດ ແລະ ທ້າວ ໂດ້ ( ກຸ່ມຂອງທ້າວ ສິງໂຕ ) ອາຍຸ 23 ປີ ບ້ານຕານມີໄຊ ກໍໃຊ້ມືຕົບເຂົ້າໜ້າຜູ້ກ່ຽວອີກ 1 ບາດ; ເວລາຕໍ່ມາ, ຈິ່ງເກີດມີເຫດສົນລະວົນ (ຕີກັນ) ເຮັດໃຫ້ໝູ່ຂອງຕົນຈໍານວນໜຶ່ງໄດ້ຮັບບາດເຈັບສົມຄວນ ກ່ອນແຕກໜີໃຜໜີມັນ.

ປັດຈຸບັນ, ເຈົ້າໜ້າທີ່ພວມດໍາເນີນການສອບປາກຄໍາເພື່ອຫາສາເຫດແຮງຈູງໃຈໃນການກໍ່ເຫດ ພ້ອມທັງສືບສວນຫາຜູ້ລົງມືກໍ່ເຫດໃນຄັ້ງນີ້ມາດຳເນີນຄະດີຕາມກົດ ໝາຍ, ສ່ວນທ້າວ ສິງໂຕ ແມ່ນຍັງເອົາຕົວຫຼົບໜີຢູ່ ເຊິ່ງເຈົ້າໜ້າທີ່ຈະໄດ້ນຳຕົວຜູ້ກ່ຽວມາສອບສວນເພີ່ມເຕີມ.

ຂໍ້ມູນຈາກ: ໜັງສືພິມຄວາມສະຫງົບ