ກຸ່ມນັກໂທດປະທະກັນໃນຄຸກເອກວາດໍເສຍຊີວິດ 116 ສົບ

ເວັບໄຊ ຂ່າວສົດ ອອນໄລນ໌ ລາຍງານ: ເກີດເຫດນັກໂທດສອງກຸ່ມປໍລະປັກປະທະກັນໃນຄຸກໃຫຍ່ ຢູ່ເມືອງກົວຍາກິນ ທາງພາກຕາເວັນຕົກສ່ຽງໃຕ້ຂອງປະເທດ ເອກວາດໍ ເຮັດໃຫ້ມີຜູ້ເສຍຊີວິດເຖິງ 116 ຄົນ, ບາດເຈັບ 80 ຄົນ ໃນນັ້ນມີ 5 ສົບຖືກຕັດຄໍຢ່າງປ່າເຖື່ອນ ຂະນະທີ່ທາງການເອກວາດໍໄດ້ຮີບຮ້ອນປະກາດພາວະສຸກເສີນໃນຄຸກພ້ອມສົ່ງກຳລັງທະຫານເຂົ້າໄປຄວບຄຸມຄຸກດັ່ງກ່າວ.

ເຫດການນອງເລືອດໃນຄຸກຄັ້ງທີ່ໂຫດຮ້າຍທີ່ສຸດໃນປະຫວັດສາດນີ້ ເລີ່ມຂຶ້ນແຕ່ວັນທີ 27 ກັນຍາ ເຊິ່ງສື່ທ້ອງຖິ່ນລະບຸວ່າ ເຫດການເກີດຂຶ້ນເນື່ອງຈາກແກ໊ງຄ້າຢາເສບຕິດແມັກຊິໂກສັ່ງໃຫ້ສະມາຊິກໃນຄຸກສັງຫານຄູ່ປໍລະປັກ ຂະນະທີ່ມີການເຜີຍແຜ່ຮູບພາບທາງອອນໄລນ໌ ເຜີຍໃຫ້ເຫັນສະພາບສົບຫຼາຍສິບກອງກັນເຕັມພື້ນໃນຄຸກ ເຊິ່ງການປະທະເດືອດດັ່ງກ່າວມີທັງປືນ, ມີດ ແລະລະເບີດ ແຕ່ທີ່ໜ້າເສົ້າກໍຄື ມີບາງສົບຖືກຕັດຫົວ ແລະຫັ່ນເປັນສິ້ນສ່ວນ.

ທ່ານ ກີເລໂມ ລາສໂຊ, ປະທານາທິບໍດີ ເອກວາດໍ ຖະແຫຼງຂ່າວດ້ວຍອາການໂສກເສົ້າວ່າ: ເຫດການຄັ້ງນີ້ເປັນເຫດການສຸດທີ່ສະເທືອນໃຈ ທີ່ຄຸກໄດ້ກາຍເປັນເຂດແດນການຊິງອຳນາດຂອງບັນດາແກ໊ງນັກໂທດອາຊະຍາກຳ ໂດຍທາງການຈະມີການນຳໃຊ້ມາດຕະການເດັດຂາດເພື່ອຄວບຄຸມຄຸກແຫ່ງນີ້ ທັງເປັນການປ້ອງກັນເຫດການທີ່ອາດຮຸນແຮງຂຶ້ນ ແລະສະກັດກັ້ນບໍ່ໃຫ້ປັນຫາລາມໄປສູ່ຄ້າຍຄຸມຂັງແຫ່ງອື່ນ.