ກຸ່ມຕໍ່ຕ້ານລັດຖະບານ ຍິງເຮືອບິນກອງທັບຊີຣີຕົກ ພ້ອມຈັບກຸມນັກບິນໄວ້! (ເບິ່ງຄລິບ)

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ເມສາຜ່ານມານີ້ວ່າ ກຸ່ມຕິດອາວຸດຝ່າຍຕໍ່ຕ້ານລັດຖະບານ ໄດ້ຍິງເຮືອບິນລາດຕະເວນ ຂອງກອງທັບລັດຖະບານຊີຣີຕົກ ໃນເມືອງອະເລບໂປ ໂດຍນັກບິນຊາວຊີຣີ ສາມາດດີດໂຕ ອອກຈາກເຮືອບິນມາໄດ້ຢ່າງປອດໄພ ແຕ່ພາຍຫລັງໂຕນຈ້ອງລົງຮອດພື້ນດິນ ໄດ້ຖືກກຸ່ມຕິດອາວຸດດັ່ງກ່າວ ຈັບກຸມຕົວໄວ້.

ດ້ານກອງທັບຊີຣີ ໄດ້ອອກມາກ່າວວ່າ ເຮືອບິນພ້ອມກັບເຈົ້າໜ້າທີ່ອອກລາດຕະເວນ ໄດ້ຖືກກຸ່ມກໍ່ການຮ້າຍ ຍິງຂີປະນາວຸດໃສ່ ຕົກລົງມາພື້ນດິນ ແລະ ເຈົ້າໜ້າທີ່ດັ່ງກ່າວໄດ້ຈັບກຸມຕົວນັກບິນ ກັບໄປຍັງຖານທີ່ໝັ້ນຂອງພວກເຂົາ.