ກິດຈະກຳ ງານ Christmas Wonderland ປະຈຳປີ 2020 ຂອງໂຮງຮຽນ ນານາຊາດ ປັນຍາທິບ

ດັ່ງທີ່ວັນພັກໃກ້ຈະມາຮອດແລ້ວ, ຫຼາຍຄົນກໍ່ເລິ່ມທີ່ຈະຈັດຕົ້ນໄມ້ ແລະ ດອກໄຟສຳລັບວັນຄຣິດສະມາດແລ້ວ. ທາງຄະນະສະພານັກຮຽນຊັ້ນມັດທະຍົມຂອງໂຮງຮຽນປັນຍາທິບໄດ້ຮັບການສະໜັບສະໜູນຈາກໂຮງຮຽນໃນການຈັດກິດຈະກຳ ງານ Christmas Wonderland ປະຈຳປີເປັນຄັ້ງທີສອງ ໃນວັນທີ 5 ທັນວາ 2020 ທີ່ ໂຮງຮຽນ ນານາຊາດ ປັນຍາທິບ ວິທະຍາເຂດຊັ້ນມັດທະຍົມ, ບ້ານ ສະພານທອງເໜືອ.

ປີນີ້ຕົ້ນຄຣິສມາສ ສູງ 10 ແມັດ

ທ່ານ ນາງ ປາດຖະໜາ ປັນຍາທິບ, ຜູ້ກໍ່ຕັ້ງ ແລະ ຜູ້ອຳນວຍການ, ໄດ້ເປີດພິທີຢ່າງເປັນທາງການໂດຍພິທີການເປີດດອກໄຟຕົ້ນໄມ້ຄຣິດສະມາດທີ່ສູງ 10 ແມັດ. ພ້ອມດ້ວຍແຂກພິເສດທີ່ໃຫ້ກຽດເຂົ້າຮ່ວມພິທີຂອງໂຮງຮຽນ ນານາຊາດ ປັນຍາທິບຄັ້ງນີ້. ຜູ້ຕາງໜ້າຈາກສະຖານທູດອັງກິດ, ສະຖານທູດສິງກະໂປ, ສະຖານທູດຟີລິບປິນ ແລະ ທະນາຄານ ມາຣູຮານ ເຈແປນລາວ, ທ່ານເອກອັກຄະລັດຖະທູດປະເທດອັງກິດປະຈຳລາວ John Pearson, ຍັງໄດ້ຂື້ນກ່າວເຖິງຄວາມສໍາຄັນຂອງການສຶກສາ ພ້ອມດ້ວຍປະສົບການ ແລະ ຄວາມຮູ້ທີ່ນ້ອງໆນັກຮຽນຈະໄດ້ຮັບໃນການຈັດງານດີໆແບບນີ້.

ແຂກຜູ້ມີກຽດໄດ້ເຂົ້າຮ່ວມພິທີເປີດງານຢ່າງເປັນທາງການ

ທາງຜູ້ບໍລິຫານ T.Chris ໄດ້ຂຶ້ນກ່າວຄຳຄິດເຫັນວ່າ “ສຳລັບຜູ້ໃດທີ່ສະເຫຼີມສະຫຼອງວັນຄຣິດສະມາດ ຫຼື ບໍ່ໄດ້ສະເຫຼີມສະຫຼອງກໍ່ຕາມ – ພວກເຮົາມີຄ່ຳຄືນທີ່ຈະພາຄອບຄົວຂອງທ່ານໄປມ່ວນ, ກິນອາຫານທີ່ແຊບ ແລະ ບັນເທີງໄປພ້ອມໆກັນແນ່ນອນ. ເຮົາຍັງຈະຂໍຫຍັງຫຼາຍໄປກວ່ານີ້ອີກ? ພວກເຮົາມີ ລຸງຊານຕາຄອດສ ໂຕຈິງມາຢ້ຽມຢາມພາຍໃນງານເຮົາພ້ອມ! ”

ເດັກນ້ອຍມ່ວນຊື່ນກັບການຫລິ້ນຢູ່ໂຊນເກມ

ໂດຍປະມານ 1600 ປີ້ທີ່ຖືກຂາຍ ແລະ ຜູ້ເຂົ້າຮ່ວມຫຼາຍກວ່າ 2100 ຄົນ, ງານດັ່ງກ່າວແມ່ນເຕັມໄປດ້ວຍຄວາມຕື່ນເຕັ້ນ ແລະ ບັນຍາກາດຂອງວັນຄຣິດສະມາດສຳລັບທຸກໄວ. ຜູ້ຂາຍຫລາຍກວ່າ 40 ຮ້ານໄດ້ເຂົ້າຮ່ວມເປັນສ່ວນໜຶ່ງຂອງຕະຫລາດນັດເຮົາ, ຕັ້ງແຕ່ຮ້ານຂາຍເຄື່ອງຫັດຖະກຳສຳລັບເຄື່ອງວັນຄຣິດສະມາດຈົນເຖີງຮ້ານຂາຍອາຫານທີ່ມີຄວາມຫຼາກຫຼາຍ. ນອກຈາກນີ້, ຍັງມີເວທີການແຂ່ງຂັນເຕັ້ນ ແລະ ວົງດົນຕີທີ່ປະກອບໄປດ້ວຍການສະແດງທີ່ໜ້າປະທັບໃຈ ແລະ ການສະແດງຈາກແຂກຮັບເຊີນສຸດພິເສດ ວົງ Black Eyes ແລະ Flower Boi ເຊິ່ງບັນດາ Elves (ເອວສ) ຂອງພວກເຮົາກໍ່ໄດ້ພາພໍ່ແມ່, ເດັກນ້ອຍ ແລະ ແຂກທຸກຄົນມ່ວນໄປກັບເຂດເກມ ແລະ ກິດຈະກຳຂອງພວກເຮົາຕະຫຼອດຄືນ.

ຕະຫລາດຄຣິສມາສ

ໃນປີນີ້, ພວກເຮົາມີສະປອນເຊີ້ ແລະ ຜູ້ຮ່ວມມືທັງ 17 ທີ່ໃຫ້ການສະໜັບສະໜູນງານ Christmas Wonderland 2020 ຂອງປັນຍາທິບ ເຊິ່ງຄະນະສະພານັກຮຽນຊັ້ນມັດທະຍົມ ແລະ ທຸກຄົນກໍ່ໄດ້ຕັ້ງໃຈເຮັດວຽກໃຫ້ງານອອກມາປະສົບຜົນສຳເລັດແບບນີ້. ພວກເຮົາຂໍຂອບໃຈເປັນພິເສດສໍາລັບບັນດາສະປອນເຊີ້ເຫຼົ່ານີ້: ທະນາຄານ ມາຣູຮານ ເຈແປນລາວ, Maruhan Japan Bank, Osound, RDK Group, Land Rover, Go Teddy, PAS Project, Tigerhead, AAS Catering, Skynet, Sona Water, #SnapMe Photo, KhaoLao (ເຂົ້າລາວ), Laoderm (ລາວເດີມ), LT and Panyathip Ad.

ການສະແດງເຕັ້ນຄຣິສມາສຢູ່ເທິງເວທີ

ໃນຖານະທີ່ເປັນງານກິດຈະກຳທີ່ຖືກຈັດຂື້ນໂດຍນັກຮຽນ, ຜົນໄດ້ຮັບທັງໝົດຈະຖືກນຳໄປສະໜັບສະໜູນຊຸມຊົນທີ່ຄະນະສະພານັກຮຽນຊັ້ນມັດທະຍົມໄດ້ມີການວາງແຜນໄວ້ໃນພາກຮຽນທີ 2 ຂອງສົກຮຽນ.