ກຳປູເຈຍລົ້ມເຫຼວການເຈລະຈາກັບອີຢູໃນການຍົກເວັ້ນມາດຕະການຄວໍ້າບາດດ້ານການຄ້າ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຣັສເຊລ ປະເທດເບລຢຽມ ເມື່ອວັນທີ 20 ຕຸລາ 2018 ວ່າ ຜູ້ແທນລະດັບສູງດ້ານນະໂຍບາຍຕ່າງປະເທດ ແລະ ຄວາມໝັ້ນຄົງຂອງສະຫະພາບເອີຣົບ (ອີຢູ) ກ່າວເມື່ອວັນສຸກທີ່ຜ່ານມາວ່າ ການຫາລືຮ່ວມກັບຄະນະເຈົ້າໜ້າທີ່ລະດັບສູງຂອງກຳປູເຈຍເຊິ່ງນຳໂດຍ ທ່ານ ສົມເດັດ ຮຸນເຊນ ນາຍົກລັດຖະມົນຕີຂອງກໍາປິເຈຍ “ຍັງບໍ່ມີຂໍ້ສະຫຼຸບ” ເນື່ອງຈາກ “ພື້ນທີ່ປະຊາທິປະໄຕ” ໃນສັງຄົມກຳປູເຈຍຍັງຄັບແຄບ.

ທາງດ້ານລັດຖະບານກຳປູເຈຍ ຍັງບໍ່ສະແດງທ່າທີຢ່າງເປັນທາງການຕໍ່ຜົນການຫາລື ເຊິ່ງເປັນການພົບກັນນອກຮອບການປະຊຸມສຸດຍອດຜູ້ນຳອາຊຽນ-ເອີຣົບ (ອາເຊມ) ປະກາດໃນທີ່ປະຊຸມມີມະຕິເຫັນດີກຽມຖອດຖອນສິດປະໂຫຍດທາງການຄ້າຂອງກຳປູເຈຍໃນການເຂົ້າເຖິງລະບົບຕະຫຼາດດຽວຂອງສະຫະພາບ ທີ່ເປັນໂຄຕ້າສົ່ງອອກສິນຄ້າເປັນກໍລະນິພິເສດໃຫ້ແກ່ “ກຸ່ມປະເທດພັດທະນານ້ອຍທີ່ສຸດ” ເພື່ອກະຕຸ້ນເສດຖະກິດຂອງກຸ່ມປະເທດເຫຼົ່ານີ້.

ທັງນີ້, ເມື່ອໃດກໍ່ຕາມທີ່ມາດຕະການດັ່ງກ່າວມີຜົນບັງຄັບໃຊ້ ມັນຈະສົ່ງຜົນກະທົບຕໍ່ສິນຄ້າສົ່ງອອກຈາກກຳປູເຈຍທັງນໍ້າຕານ ແລະ ເສື້ອຜ້າສຳເລັດຮູບ ຕ້ອງພົບກັບກຳແພງພາສີພາຍໃນໄລຍະເວລາ 12 ເດືອນ, ເຊິ່ງປັດຈຸບັນອີຢູຖືເປັນຕະຫຼາດເສື້ອຜ້າສຳເລັດຮູບລາຍໃຫຍ່ຂອງກຳປູເຈຍ.

https://www.facebook.com/withoutfearorfavor/posts/871110429745668

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews.co.th