ກຳປູເຈຍຊ່ວຍເຫຼືອຄົນຕ່າງປະເທດທີ່ຕົກເປັນເຫຍື່ອການຄ້າມະນຸດ

0
1017

ສະຖານທູກຈີນໃນກຳປູເຈຍ ໄດ້ຊ່ວຍຊີວິດຂອງຜູ້ຕົກເປັນເຫຍື່ອການຄ້າມະນຸດ ທີ່ຖືກຕົວະມາຈາກໄຕ້ຫວັນ.

ຈົນຮອດຕອນນີ້ ສະຖານທູດຈີນໃນກຳປູເຈຍໄດ້ຮັບຄຳຮ້ອງຂໍຄວາມຊ່ວຍເຫຼືອຫຼາຍກວ່າ 20 ຄົນທີ່ຕົກເປັນເຫຍື່ອການຄ້າມະນຸດຈາກໄຕ້ຫວັນ ແລະ ສະຖານທູດຈີນ ພ້ອມກັບລັດຖະບານກຳປູເຈຍ ໄດ້ຮ່ວມມືກັນເພື່ອຊ່ວຍເຫຼືອກຸ່ມທີ່ຕົກເປັນເຫຍື່ອໃນບາງສ່ວນອອກມາໄດ້, ໃນວັນຈັນທີ່ຜ່ານມາ ກະຊວງການຕ່າງປະເທດຂອງຈີນ ໄດ້ກ່າວວ່າ ພາຍຫຼັງໄດ້ຮັບລາຍງານມີຄົນໄຕ້ຫວັນບາງຄົນ ຖືກບັງຄັບເພື່ອເຂົ້າຮ່ວມການຫຼອກລວງທາງອິນເຕີເນັດ ແລະ ໄດ້ຖືກຈຳກັດການເຄື່ອນໄຫວໃນກຳປູເຈຍ.

ທາງສະຖານທູດຈີນໄດ້ກ່າວວ່າ ກ່ອນໜ້ານີ້ໄດ້ຮັບລາຍງານວ່າເຄີຍໄດ້ຮັບຂໍ້ຄວາມຫຼາຍຄັ້ງໃນ Twitter ທີ່ຄ້າຍຄືກັບຜູ້ທີ່ເຄີຍຕົກເປັນເຫຍື່ອການຄ້າມະນຸດມາກ່ອນ ເພື່ອຂໍຄວາມຊ່ວຍເຫຼືອສະຖານທູດຈີນກໍສົ່ງຂໍຄວາມຊ່ວຍເຫຼືອໄປຫາທາງກຳປູເຈຍ ແລະ ທ້າຍສຸດຜູ້ນັ້ນກໍ່ໄດ້ຮັບການຊ່ວຍເຫຼືອ ແລ້ວສົ່ງກັບຈີນ.

ສະຖານທູດຈີນໄດ້ກ່າວວ່າ ໄດ້ຮັບຂໍ້ຄວາມຂໍຄວາມຊ່ວຍເຫຼືອຫຼາຍກວ່າ 10 ສະບັບ ຈາກຄົນໄຕ້ຫວັນທີ່ຕົກເປັນເຫຍື່ອການຫຼອກລວງທາງອິນເຕີເນັດ.

ແຫຼ່ງຂາ່ວຈາກ Global Times