ກຳປັ່ນສຳລານເດີນສະໝຸດ ລຳໃຫຍ່ທີ່ສຸດໃນໂລກ ອອກສູ່ທ້ອງທະເລ ເປັນຄັ້ງທຳອິດ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ມີນານີ້ວ່າ ກຳປັ່ນສຳລານເດີນສະໝຸດ ລຳໃຫຍ່ທີ່ສຸດໃນໂລກ ຮາໂມນີ ອ໊ອບ ເດິ ຊີສ໌ (Harmony of the seas) ໄດ້ອອກຈາກອູ່ຕໍ່ກຳປັ່ນສູ່ທ້ອງທະເລ ເປັນຄັ້ງທຳອິດ ໃນວັນທີ 10 ມີນາ (ຕາມເວລາໃນທ້ອງຖິ່ນ) ຢູ່ເມືອງແຊັງນາແຊ ປະເທດຝຣັ່ງ ໂດຍກຳປັ່ນລຳດັ່ງກ່າວ ຖືກສ້າງຂຶ້ນໃນປີ 2012 ດ້ວຍລາຄາ 1 ຕື້ເອີໂຣ ມີນ້ຳໜັກ 120,000 ໂຕນ ສູງເຖິງ 70 ແມັດ ມີດາດຟ້າຍາວ 362 ແມັດ ກວ້າງ 66 ແມັດ ສາມາດບັນທຸກຜູ້ໂດຍສານໄດ້ເຖິງ 6,000 ຄົນ ແລະ ລູກເຮືອອີກ ຈຳນວນ 2,000 ຄົນ ຊຶ່ງມີກຳນົດສົ່ງມອບ ໃຫ້ກັບບໍລິສັດ Royal Carribean ຂອງອາເມຣິກາ ທີ່ເປັນເຈົ້າຂອງຢ່າງເປັນທາງການ ໃນວັນທີ 12 ພຶດສະພາປີນີ້.

NjpUs24nCQKx5e1D8c4zvSxHZFhfCpuSQW1TcXgaizJ