ການເບິ່ງແຍງເດັກນ້ອຍທີ່ເຄີຍປ່ວຍລຳໄສ້ຕິດເຊື້ອ

ສຳລັບພໍ່-ແມ່ທີ່ມີລູກນ້ອຍເຄີຍເປັນໂຣກລຳໄສ້ຕິດເຊື້ອ ເມື່ອຫາຍດີແລ້ວກໍ່ບໍ່ຄວນປ່ອຍປະລະເລີຍ ແລະ ຄວນດູແລເອົາໃຈໃສ່ເປັນພີເສດ ເພາະໂຣດນີ້ສາມາດກັບມາເປັນອີກໄດ້ ໃນຄໍລຳ ແມ່ ແລະ ລູກ ມື້ນີ້ແອັດມິນເລີຍຈະມາແນະນຳວິທີເບິ່ງແຍງເດັກນ້ອຍທີ່ເຄີຍເປັນໂຣກລຳໄສ້ມາຝາກກັນ ເຊິ່ງຈະມີວິທີໃດນັ້ນ ເຮົາມາອ່ານນຳກັນເລີຍ

  1. ພະຍາຍາມໃຫ້ລູກດື່ມນົມແມ່ ເພາະນົມແມ່ປຽບດັ່ງວັກຊີນທີ່ສາມາດປ້ອງກັນໂຣກລຳໄສ້ຕິດເຊື້ອໄດ້ດີທີ່ສຸດ
  2. ອຸປະກອນທີ່ຈະມາໃຊ້ໃຫ້ລູກດື່ມນ້ຳ, ດື່ມນົມ ຫຼື ໃສ່ອາຫານກິນ ແມ່ນຕ້ອງສະອາດດີ
  3. ແມ່ຄວນເຮັດຄວາມສະອາດເຮືອນຊານ ທີ່ຢູ່ອາໃສ ແລະ ອຸປະກອນຕ່າງໆທີ່ລູກໃຊ້ໃຫ້ສະອາດ
  4. ຫາກແມ່ທີ່ສຸຂະພາບອ່ອນແອ ຫຼື ເຈັບປ່ວຍ ບໍ່ຄວນຍ້ຳເຂົ້າປ້ອນລູກ
  5. ໃຫ້ລູກກິນອາຫານທີ່ສະອາດ ແລະ ມີສານອາຫານຄົບ 5 ໝູ່ ເປັນປະຈຳ
  6. ພາລູກໄປຊັກວັກຊິນກັນເຊື້ອໄວຣັດໂຣຕ້າ ສຳລັບວັກຊີນນີ້ສາມາດຊັກໄດ້ຕັ້ງແຕ່ເດັກມີອາຍຸ 2ແລະ 4 ເດືອນ ເຊິ່ງມີປະສິດທິພາບໃນການຊ່ວຍຢັບຢັ້ງການເກີດໂຣລຳໄສ້ອັກເສບ ຫຼື ລຳໄສ້ຕິດເຊື້ອໄດ້.

 

ແຫລ່ງຂໍ້ມູນຈາກ: http://baby.kapook.com/%E0%B9%80%E0%B8%A3%E0%B8%B7%E0%B9%88%E0%B8%AD%E0%B8%87%E0%B8%99%E0%B9%88%E0%B8%B2%E0%B8%A3%E0%B8%B9%E0%B9%89%E0%B8%84%E0%B8%B8%E0%B8%93%E0%B8%A5%E0%B8%B9%E0%B8%81-164726.html

ຕິດຕາມນານາສາລະ ກົດໄລຄ໌ເລີຍ!