ການເຊື່ອມສານເສດຖະກິດ ລາວ ເຂົ້າສູ່ພູມິພາກອາຊຽນ

  ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ ຊຽນ (AEC) ໃນ​ໄລ­ຍະ​ຜ່ານ​ມາ ແມ່ນ​ມີ​ຄວາມ​ສຳ­ພັນ​ທີ່​ສຳ­ຄັນ​ຍິ່ງ ຕໍ່​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ຂອງ ລາວ ມັນ​ຈະ​ເປັນ​ການ​ສ້າງ​ຕະຫຼາດ​ດ່ຽວ​ທີ່​ມີ​ຜູ້​ຊົມ­ໃຊ້​

ເຖິງ 670 ລ້ານ​ຄົນ, ສຳ­ລັບ​ປະ­ເທດ​ນ້ອຍ ແລະບໍ່​ມີ​ຊາຍ​ແດນ​ຕິດ​ທະ­ເລ​ເຊັ່ນ ສປປ ລາວ, ການ​ເປັນ​ສະ­ມາ­ຊິກ​ປະ­ຊາ ຄົມ​ເສດ­ຖະ­ກິດ​ອາ​ຊຽນ​ຈະ​ມີ​ທ່າ ແຮງ​ມະ­ຫາ­ສານ​ໃນ​ການ​ເອື້ອ​ອຳ­ນວຍ​ໃຫ້​ເຂົ້າ​ເຖິງ​ຕະ­ຫຼາດ​ພູ­ມິ​ພາກ​ໄດ້​ເປັນ​ຢ່າງ​ດີ.

ດັ່ງ­ນັ້ນ, ເຫັນ​ວ່າ​ຖານ​ການ​ຜະ ລິດ​ດ່ຽວ​ຈະ​ເພີ່ມ​ໂອ­ກາດ​ໃຫ້​ເປັນ ສ່ວນ​ປະ­ກອບ​ໜຶ່ງ​ຂອງ​ຕ່ອງ​ໂສ້ ມູນ​ຄ່າ​ພູ­ມິ​ພາກ, ດ້ານ​ການ​ຄ້າ​ຕ່າງ ປະ­ເທດ​ໃນ ສປປ ລາວ ຫຼາຍ​ກວ່າ ເຄິ່ງ​ໜຶ່ງ​ແມ່ນ​ຄ້າ­ຂາຍ​ກັບ​ບັນ­ດາ ລັດ​ພາ­ຄີ​ຂອງ​ອາ​ຊຽນ  ເຖິງ​ຢ່າງ ໃດ​ກໍ​ດີ­ກາ​ລະ​ໂອ­ກາດ​ທີ່​ເປັນ​ບວກ ຈາກ​ການ​ຮ່ວມ​ເປັນ​ປະ­ຊາ​ຄົມ​ເສດ ຖະ​ກິດ​ອາ​ຊຽນ​ນັ້ນ ຈະ​ຕິດ­ຕາມ​ມາ ດ້ວຍ​ບັນ­ດາ​ສິ່ງ​ທ້າ​ທາຍ​ຫຼາຍ​ປະ ການ​ຊຶ່ງ​ທາງ​ພາກ​ລັດ ແລະ​ເອ­ກະ ຊົນ ຕ້ອງ​ໄດ້​ຕຽມ​ຄວາມ​ພ້ອມ​ໃນ​ໄລ­ຍະ​ສັ້ນ​ພາຍ​ໃນ​ສົກ​ປີ2015 ນີ້.

ລັດ­ຖະ­ບານ​ລາວ​ກຳ­ລັງ​ປະເຊີນ​ກັບ​ໜ້າ­ທີ່ໆ​ທ້າ​ທ້າຍ​ໃນ​ການ​ປັບ​ປ່ຽນ​ລະ­ບຽບ​ການ​ທີ່​ຈຳ­ເປັນ​ຕ່າງໆ ເພື່ອ​ໃຫ້​ສອດ­ຄ່ອງ​ກັບ​ສັນ ຍາ​ອາ​ຊຽນ, ນີ້​ບໍ່​ພຽງ​ແຕ່​ຮຽກ­ຮ້ອງ ຄວາມ​ຮູ້​ທາງ​ດ້ານ​ເຕັກ­ນິກ​ທີ່​ເລີກ ຊຶ່​ິ່ງ​ກວ້າງ­ຂວາງ​ເທົ່າ​ນັ້ນ​ຫາກ​ຍັງ ຮຽກ­ຮ້ອງ​ໃຫ້​ມີ​ການ​ຮ່ວມ​ປະ­ສານ ງານ​ຂອງ​ບັນ­ດາ​ຂະ­ແໜງ­ການ ແລະ​ອົງ​ການ­ຈັດ­ຕັ້ງ​ຕ່າງໆ​ທີ່​ກ່ຽວ ຂ້ອງ​ຂອງ​ລັດ, ໃນ​ສະ­ພາ­ວະ​ຄວາມ ເປັນ​ຈິງ​ຂອງ​ການ​ເປີດ​ກວ້າງ​ການ ຄ້າ​ເສລີ​ຂະ­ແໜງ​ທຸ­ລະ​ກິດ​ຈະ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ແຂ່ງ­ຂັນ​ກັບບັນ­ດາ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ທີ່​ມີ​ຄວາມ​ກ້າວ­ໜ້າ​ກວ່າ, ໃນ​ຂະ ນະ​ດຽວ​ກັນ, ການ​ສົ່ງ​ອອກ​ຕົ້ນ­ຕໍ ຂອງ​ປະ­ເທດ​ລາວ ຍັງ​ແມ່ນ​ພະ­ລັງ ງານ ແລະ​ຊັບ­ພະ­ຍາ­ກອນ​ບໍ່​ແຮ່, ທັງ​ສອງ​ຂະ­ແໜງ­ການ ລ້ວນ​ແລ້ວ­ແຕ່​ສົ່ງ​ຜົນ​ຈຳ­ກັດ​ຕໍ່​ການ​ຈ້າງ​ງານ​ພາຍ​ໃນ.

ພາກ​ທຸ­ລະ​ກິດ​ສ່ວນ​ຫຼາຍ​ໃນ​ປະ ເທດ​ລາວ​ແມ່ນ​ທຸ­ລະ​ກິດ​ຂະ­ໜາດ ນ້ອຍ   ແລະ​ຂະ­ໜາດ​ກາງ (SM- Es), ດັ່ງ­ນັ້ນ ການ​ສົ່ງ­ເສີມ​ພັດ​ທະນາ ພາກ​ທຸ­ລະ​ກິດ​ເຫຼົ່າ​ນີ້ ຈິ່ງ​ເປັນ​ທ່າ ແຮງ​ອັນ​ຍິ່ງ​ໃຫຍ່​ທີ່​ຈະ​ເຮັດ​ໃຫ້ ການ​ເຊື່ອມ​ສານ​ເສດ­ຖະ­ກິດ​ພູ­ມິ ພາກ​ອາ​ຊຽນ​ມີ​ຄວາມ​ສະ­ເໝີ­ພາບ ແບບ​ຍືນ​ຍົງ ແລະ​ເຫັນ​ວ່າ​ໃນ​ໄລ ຍະ​ທີ່​ຜ່ານ​ມາ​ລັດ­ຖະ­ບານ​ລາວ​ໄດ້ ປະ­ສົບ​ຜົນ­ສຳ­ເລັດ​ໃນ​ການ​ຄຸ້ມ ຄອງ​ວຽກ​ງານ​ການ​ເຊື່ອມ​ໂຍງ ແລະ​ປັບ­ປຸງ​ສະ­ພາບ​ແວດ​ລ້ອມ ດ້ານ​ລະ­ບຽບ​ການ​ຄ້າ ແລະ​ການ ລົງ­ທຶນ​ໃນ​ພາກ​ພື້ນ, ພາກ​ທຸ­ລະ​ກິດ ຂອງ​ລາວ​ສາ­ມາດ​ໄດ້​ຮັບ​ຜົນ​ປະ ໂຫຍດ ແລະ​ຫຼຸດ­ຜ່ອນ​ຄວາມ​ສ່ຽງ ຕ່າງໆ​ຈາກ​ການ​ເປັນ​ສະ­ມາ­ຊິກ ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ (AEC).

ເປົ້າ​ໝາຍ: ດ້ວຍ​ການ​ຮ່ວມ​ມື ກັບ​ບັນ­ດາ​ພາກ­ສ່ວນ​ກ່ຽວ­ຂ້ອງ ຂອງ​ພາກ​ລັດ ແລະ​ເອ­ກະ​ຊົນ, ໂຄງ ການ​ເຊື່ອມ​ສານ​ເສດ­ຖະ­ກິດ​ລາວ ເຂົ້າ​ສູ່​ພູ­ມິ​ພາກ​ອາ​ຊຽນ​ດ້ວຍ​ການ ພັດ­ທະ­ນາ​ດ້ານ​ທຸ­ລະ​ກິດ ແລະ​ການ ຄ້າ (RELATED) ມຸ່ງ​ໃສ່​ການ ສະ­ໜັບ­ສະ­ໜູນ​ໃຫ້ ສປປ ລາວ ໄດ້ຮັບ​ຜົນ​ປະ­ໂຫຍດ ແລະ ສະ­ກັດ ກັ້ນ​ຄວາມ​ສ່ຽງ​ຕ່າງໆ​ຈາກ​ປະ­ຊາ ຄົມ​ເສດ­ຖະ­ກິດ​ອາ​ຊຽນ (AEC)  ຊຶ່່ງ​ໄດ້​ສ້າງ­ຕັ້ງ​ຂຶ້ນ​ໃນ​ປີ 2015 ຜ່ານ​ມາ​ນີ້ ໂຄງ­ການ​ດັ່ງ­ກ່າວ ລວມ ມີ 3 ນິ­ມິດ​ໝາຍ​ຕົ້ນ­ຕໍ​ເຊັ່ນ: ປະ­ກອບສ່ວນ​ສ້າງ­ສັນ​ສະ­ພາບ​ເອື້ອ​ອຳ ນວຍ​ທາງ​ດ້ານ​ລະ­ບຽບ​ການ​ດ້ານ ການ​ຄ້າ ແລະ​ການ​ລົງ­ທຶນ​ໃນ​ລະ ດັບ​ພູ­ມິ​ພາກ, ຊ່ວຍ​ພາກ​ລັດ​ໃນ ການ​ສ້າງ­ສັນ​ຂະ​ບວນ​ການ​ເຊື່ອມ ໂຍງ ແລະ​ສະ­ໜັບ­ສະ­ໜູນ​ພາກ​ເອ­ກະ ຊົນ​ໃຫ້​ໄດ້​ຮັບ​ຜົນ​ປະ­ໂຫຍດ​ຈາກ ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ (AEC).

ແຫລ່ງຂ່າວຈາກ: