ການາດາຕັ້ງເປົ້າ ຈະເປີດຮັບຜູ້ອົບພະຍົບເພີ່ມ ເກືອບ 60,000 ຄົນ ພາຍໃນປີນີ້!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ມີນານີ້ວ່າ ລັດຖະບານການາດາ ພາຍໃຕ້ການນຳຂອງ ທ່ານ ຈັສຕິນ ທຣູໂດ ນາຍົກລັດຖະມົນຕີການາດາ ໄດ້ຕັ້ງເປົ້າຮັບເອົາຜູ້ອົບພະຍົບ ແລະ ຜູ້ລີ້ໄພ ເຂົ້າມາໃນປະເທດ ປະຈຳປີ 2016 ນີ້ ສູງເຖິງ 57,000 ຄົນ ຊຶ່ງເປົ້າໝາຍດັ່ງກ່າວ ຈະຖືກພິຈາລະນາເປັນພິເສດ ແກ່ຊາວຊີຣີ ທີ່ຫລົບໜີຈາກໄພສົງຄາມກາງເມືອງ ຕະຫລອດຮອດຜູ້ອົບພະຍົບ ຈາກພື້ນທີ່ອື່ນໆຂອງໂລກ.

ທັງນີ້ ການາດາ ໄດ້ເປີດຮັບຜູ້ອົບພະຍົບຊາວຊີຣີ ເຂົ້າໄປໃນປະເທດແລ້ວ ຫລາຍກວ່າ 26,000 ຄົນ ພາຍໃນ 3 ເດືອນຕົ້ນປີນີ້ ແລະ ປັດຈຸບັນ ຍັງກຳລັງພິຈາລະນາ ຄຳຮ້ອງຂໍລີ້ໄພ ຈາກຜູ້ອົບພະຍົບອີກ ປະມານ 12,000 ຄົນ.