ການສ້າງພຣະພຸດທະຮູບ

ຊາວ​ພຸດ​ທະ​ບໍ­ລິ­ສັດ​ທັງ­ຫຼາຍມີ​ຄວາມ​ເຊື່ອ​ກັນ​ວ່າ​ຖ້າ​ແມ່ນ​ໃຜ ໄດ້​ສ້າງ​ພຣະ​ພຸດ​ທະ​ຮູບ​ສຳ­ເລັດ ແລ້ວ​ກໍ​ຈະ​ໄດ້​ຜະ­ລະ​ອະ​ນີ​ສົງ​ຫຼາຍ ດ້ວຍ​ເຫດ​ນັ້ນ​ເຂົາ­ເຈົ້າ​ຈິ່ງ​ນິ­ຍົມ​ກັນສ້າງ​ຂຶ້ນ​ເພື່ອ​ເອົາ​ໄວ້​ໃຫ້​ຄົນ​ຮຸ່ນ ໃໝ່​ໄດ້​ເບີ່ງ ແລະ​ຂາບ​ໄຫວ້ ແລະ ມາ​ຮອດ​ປະ­ຈຸ​ບັນ​ເຊື່ອ​ວ່າ​ມີ​ຫຼາຍ ຄົນ​ຍັງ​ບໍ່​ທັນ​ຮູ້​ການ​ສ້າງ​ພຣະ​ພຸດທະ​ຮູບ ດັ່ງ­ນັ້ນ ມື້­ນີ້​ຜູ້​ຂຽນ​ຄໍ​ລຳ​ວັດ ທະ­ນະ​ທຳ​ຂໍ​ນຳ​ມາ​ສະ­ເໜີ​ໃຫ້​ໄດ້ ອ່ານ​ກັນ.

ຕາມ​ຂໍ້​ມູນ​ຈາກ​ປຶ້ມ​ປະ­ຫວັດ ການ​ສ້າງ​ພຣະ​ພຸດ​ທະ​ຮູບ​ຮູ້​ວ່າ: ພຣະພຸດ​ທະ​ຮູບ ຫຼື ພຸດ​ທະ​ປະ­ຕິ​ມະ­ກອນ ແທນ​ອົງ​ສົມ­ເດັດ​ສັມ­ມາ​ສັມ­ພຸດທະ​ເຈົ້າ​ດັ່ງ​ທີ່​ພວກ​ເຮົາ​ພົບ​ເຫັນ​ໃນ ພັດ​ທະ​ສິມ​ມາ, ຫໍ­ແຈກ, ຕົ້ນ​ໂພ, ຫໍ ພິ​ພິ​ທະ​ພັນ ແລະ​ສະ­ຖານ­ທີ່​ຕ່າງໆ ແຕ່​ລະ​ອົງ​ແມ່ນ​ມີ​ລັກ­ສະ­ນະ​ແຕກ ຕ່າງ​ກັນ​ໄປ​ຕາມ​ພື້ນ­ຖານ​ທາງ​ວັດທະ­ນະ​ທຳ, ແນວ​ຄວາມ​ຄິດ, ຈິນ ຕະ​ນາ​ການ, ການ​ຕີ​ຄວາມ​ໝາຍ, ດ້ານ​ສິ­ລະ​ປະ ແລະ ​ຄ່າ​ນິ­ຍົມ​ຂອງ​ບັນ­ດາ​ນາຍ​ຊ່າງ​ແຕ່​ລະ​ຍຸກ​ສະ­ໄໝ​ຂອງ​ປະ­ເທດ​ໃຜ­ລາວ.

ການ​ສ້າງ​ພຣະ​ພຸດ​ທະ​ຮູບ​ກໍ​ຄື ການ​ສ້າງ​ໃຫ້​ເໝືອນ​ກັບ​ອົງ​ສົມເດັດ​ພະ​ບໍ​ຣົມ​ສາ​ສະ​ດາ​ສັມ­ມາ​ສັມພຸດ­ທະ­ເຈົ້າ​ຜູ້​ໃດ​ໄດ້​ມີ​ຈິດ­ໃຈ​ໃສ ສັດ­ທາ​ສະ­ຫຼະ​ຊັບ​ທີ່​ຕົນ​ຫາ​ມາ​ໄດ້ ໂດຍ​ຊອບ​ທຳ​ແລ້ວ​ນຳ­ໄປ​ສ້າງ​ຮູບເໝືອນ​ຂອງ​ພຸດ​ທະ​ພະ​ອົງ ຫຼື ຮູບ ປັ້ນ​ຫຼໍ່​ຂອງ​ພຣະ­ພຸດ­ທະ­ເຈົ້າ​ກໍ​ຈະ​ໄດ້​ບຸນ​ກຸ­ສົນ​ຫຼາຍ.

ນັກ­ປາດ​ຜູ້​ຮູ້​ຫຼາຍໆ​ທ່ານ​ກ່າວ ໄວ້​ວ່າ: ມີ​ຜະ­ລະ​ອາ­ນິ­ສົງ​ຫຼາຍ​ເຫຼື້ອ ລົ້ນ​ຈິ່ງ​ໄດ້​ສ້າງ​ພຣະ​ພຸດ​ທະ​ຮູບ​ນັບ ວ່າ​ເປັນ​ການ​ສົ່ງ­ເສີມ​ພຸດ​ທະ​ສາ​ສະໜາ​ໃຫ້​ຍືນ​ຍົງ​ຄົງ​ຕົວ​ໄປ​ໄດ້ 5 ພັນ ພະ​ວັດ​ສາ, ຕາບ­ໃດ​ຍັງ​ມີ​ພຸດ​ທະ​ສາ ນິ​ກະ​ຊົນ​ຊາວ​ພຸດ​ເຮົາ​ນັບ­ຖື ແລະ ສ້າງ​ຂຶ້ນ​ເວ­ລາ​ນັ້ນ​ພຣະ​ພຸດ​ທະ​ສາສະ­ໜາ​ກໍ​ຈະ​ໄດ້​ຕັ້ງ​ຢູ່​ທັງ​ເປັນ​ຕົວ ແທນ​ຂອງ​ອົງ​ສັມ­ມາ​ສັມ­ພຸດ​ທະເຈົ້າ​ອັນ​ເປັນ​ທີ່​ເຄົາ­ລົບ​ຂອງ​ປວງຊົນ​ຊາວ​ພຸດ​ທັງ­ຫຼາຍ.

 ທີ່ມາ: ເສດຖະກິດ-ສັງຄົມ