ການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ແມ່ນມີຄວາມຈຳເປັນໃນແຕ່ລະໄລຍະຂຶ້ນກັບສະພາບເສດຖະກິດ

ສຳນັກຂ່າວສານປະເທດລາວ ລາຍງານວ່າ ລັດວິສາຫະກິດໄຟຟ້າລາວ ຊີ້ແຈງຕໍ່ສື່ມວນຊົນໃນວັນທີ 20 ພຶດສະພາ ທີ່ຜ່ານມາເຖິງ ພໍ່ແມ່ປະຊາຊົນ ກໍຄືຜູ້ຊົມໃຊ້ໄຟຟ້າທຸກໆຄົນ ແມ່ນໄດ້ຮັບການເກື້ອກູນຈາກລັດຖະບານ ຕໍ່ການປັບປຸງໂຄງສ້າງຄາລາໄຟຟ້າໃໝ່ ທີ່ມີລາຄາດຽວຄື 710 ກີບ/kWh ແຕ່ການເກື້ອກູນມີຄວາມແຕກຕ່າງກັນ ໂດຍສະເພາະຜູ້ທີ່ມີລາຍຮັບຕໍ່າ ຈຳນວນຫຼາຍກວ່າ 80% ຂອງຜູ້ຊົມໃຊ້ໄຟ້າທັງໝົດທົ່ວປະເທດ. ຂະນະດຽວກັນ, ຜູ້ມີລາຍຮັບປານກາງສ່ວນໜຶ່ງທີ່ດຳລົງຊີວິດສ່ວນຫຼາຍຢູ່ໃນເມືອງໃຫຍ່ອາດຈະຖືກກະທົບ ເພາະໄດ້ຈ່າຍຄ່າໄຟຟ້າແພງຂຶ້ນ ຖ້າທຽບໃສ່ລາຄາເດີມ, ແຕ່ຖ້າທຽບໃສ່ລາຄາຕົ້ນທຶນກໍ່ຍັງໄດ້ຮັບການເກື້ອກູນຢູ່.

ທ່ານ ບຸນອູ້ມ ສີວັນເພັງ ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ໃຫ້ຮູ້ວ່າ: ການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ແມ່ນມີຄວາມຈຳເປັນໃນແຕ່ລະໄລຍະຂຶ້ນກັບສະພາບເສດຖະກິດ ແລະ ນະໂຍບາຍຂອງລັດຖະບານ ເພາະລາຄາໄຟຟ້າຍັງເປັນລາຄາທີ່ມີການເກື້ອກູນ ແລະ ຖົມຂຸມຈາກລັດຖະບານຢູ່. ການຊົມໃຊ້ໂຄງສ້າງລາຄາໄຟຟ້າໃໝ່ ກໍເປັນລາຄາທີ່ແພງຂຶ້ນ ແລະ ຖືກລົງ ຈາກລາຄາເດີມຂອງຜູ້ຊົມໃຊ້ບາງກຸ່ມ ຕົວຢ່າງ: ຜູ້ຊົມໃຊ້ໄຟຟ້າ 0-150 kWh ແມ່ນລາຄາ 355 ກີບ/kWh ເຊິ່ງໄດ້ຫລຸດ 50% ຈາກລາຄາ 710 ກີບ/kWh ໂດຍຜູ້ຊົມໃຊ້ກຸ່ມນີ້ກວມປະມານ 80% ຂອງຜູ້ຊົມໃຊ້ໄຟຟ້າທັງໝົດໃນທົ່ວປະເທດ ຫຼື ເທົ່າກັບ 1 ລ້ານຄົວເຮືອນ. ສ່ວນທີ່ຜູ້ຊົມໃຊ້ 151-461 kWh ແມ່ນລາຄາຈະເພີ່ມຂຶ້ນສະເລ່ຍ ສາມສິບເຖິງຫ້າສິບພັນກີບ.

ຂະນະຜູ້ທີ່ຊົມໃຊ້ 462 kWh ຂຶ້ນໄປ ແມ່ນຈະໄດ້ຫຼຸດຄ່າໄຟຟ້າລົງຈາກລາຄາເກົ່າຕາມລໍາດັບ, ຕົວຢ່າງ ຜູ້ທີ່ໃຊ້ໄຟເຖິງ 1.000 kWh/ເດືອນ ຈະໄດ້ຫຼຸດປະມານ 170.000 ກີບ ຖ້າທຽບກັບລາຄາເກົ່າ. ເນື່ອງຈາກໃນໄລຍະມໍ່ໆມານີ້ ມີບາງສື່ສັງຄົມອອນລາຍອອກຂ່າວວ່າ ລັດຖະບານຈະຫຼຸດຄ່າໄຟຟ້າ 50% ໃຫ້ຜູ້ຊົມໃຊ້ 0-150 kWh/ເດືອນ ແມ່ນອາດຈະເກີດຄວາມເຂົ້າໃຈຜິດທາງດ້ານເນື້ອໃນ ແລະ ສົ່ງຜົນໃຫ້ຜູ້ທີ່ຕິດຕາມເຂົ້າໃຈຜິດໄປຕາມໆກັນ, ຄວາມເປັນຈິງແລ້ວ ຖ້າຜູ້ຊົມໃຊ້ 0-150 kWh ແມ່ນຈະຄິດໄລ່ເທົ່າກັບ 335 ກີບ/kWh ກໍຄືຫຼຸດ 50% ຂອງລາຄາດຽວ ຄື 710 ກີບ/kWh ນັ້ນເອງ.

ນອກນີ້, ກໍໄດ້ມີນະໂຍບາຍເລື່ອນຊໍາລະໜີ້ຄ່າກະແສໄຟຟ້າ ພາກທີ່ຢູ່ອາໄສຈາກປົກກະຕິແມ່ນໃນໄລຍະເວລາ 7-30 ວັນ ເພີ່ມຂຶ້ນເປັນ 7-45 ວັນ ແລະ ພາກສ່ວນບໍ່ແມ່ນທີ່ຢູ່ອາໄສ ຈາກປົກກະຕິແມ່ນ 7-15 ວັນ ກໍເພີ່ມຂຶ້ນເປັນ 7-30 ວັນ ຫຼັງຈາກມື້ໄດ້ຮັບບິນຄ່າໄຟຟ້າ ຫຼື ກໍລະນີຜູ້ທີ່ມີສັນຍາກໍແມ່ນເພີ່ມໃຫ້ອີກ 15 ວັນ ໃນໄລຍະ 3 ເດືອນ ຄື: ເດືອນ ພຶດສະພາ, ມິຖຸນາ ແລະ ກໍລະກົດ 2020. ພິເສດຍັງໄດ້ກໍານົດນະໂຍບາຍຫຼຸດຄ່າຊົມໃຊ້ໄຟຟ້າ ສໍາລັບທີ່ຢູ່ອາໄສຂອງບັນດາແພດໝໍ ທີ່ປະຕິບັດໜ້າທີ່ວຽກງານຕໍ່ສູ້ຕ້ານກັບການລະບາດພະຍາດ COVID-19 ລົງອີກ 15% ເປັນໄລຍະເວລາ 3 ເດືອນ.

 

ຮຽບຮຽງຂ່າວ: ພຸດສະດີ