ການກໍ່ສ້າງທາງຫຼວງແຫ່ງຊາດບຸນເໜືອ – ລານຕຸຍມີຄວາມຄືບໜ້າຫລາຍ

 

ປັດຈຸບັນນີ້ ການກໍ່ສ້າງທາງຫລວງແຫ່ງຊາດ 1A ບຸນເໜືອ-ລານຕຸຍ ທີ່ແຂວງຜົ້ງສາລີ ມີຄວາມຄືບໜ້າແລ້ວ 40 %

ພາຍຫລັງດຳເນີນການກໍ່ສ້າງມາພຽງແປດເດືອນກວ່າເທົ່ານັ້ນ, ຂະນະທີ່ການກໍ່ສ້າງໃຫ້ສຳເລັດໃນໄລຍະ 54 ເດືອນ.

 

ທ່ານ ອ່ານຄຳ ມະນີຈິດ ຮອງຫົວໜ້າໂຄງການດັ່ງກ່າວ ໃຫ້ສຳພາດໃນວັນທີ 1 ກັນຍານີ້ວ່າ: ການຈັດຕັ້ງປະຕິບັດໂຄງ

ການດັ່ງກ່າວນີ້ແມ່ນສໍາເລັດລື່ນແຜນການກວ່າ 8% ເຖິງວ່າການພັດທະນາຈະຜະເຊີນກັບຄວາມຫຍຸ້ງຍາກເຊັ່ນ:

ຝົນຕົກໜັກ, ດິນເຊາະເຈື່ອນທັບທາງ, ການຂົນສົ່ງວັດສະດຸບໍ່ສະດວກ ແລະ ເສັ້ນທາງສ່ວນໃຫຍ່ກໍເປັນເຂດພູດອຍ.

ຢ່າງໃດກໍຕາມ, ໂຄງການດັ່ງກ່າວຍັງຕ້ອງການທຶນເພີ່ມອີກປະມານ 8 ລ້ານໂດລາສະຫະລັດ (ເບື້ອງຕົ້ນແມ່ນ 91,5

ລ້ານໂດລາ) ເນື່ອງຈາກມີການຂະຫຍາຍທາງເພີ່ມໃນເຂດຕົວເມືອງຈາກ 16 ແມັດມາເປັນ 20 ແມັດ ສະນັ້ນ ພື້ນທີ່

ດັ່ງກ່າວ ຈຶ່ງໄດ້ກວມເອົາເສົາໄຟຟ້າ, ລະບົບນ້ຳປະປາລວມທັງການຂະຫຍາຍທາງເພີ່ມຕື່ມອີກຈຳນວນ 460 ແມັດ.

 

ເສັ້ນທາງ 1A ບຸນເໜືອ-ລານຕຸຍເປັນທາງຫລວງແຫ່ງຊາດຍຸດທະສາດສຳຄັນ, ເປັນເສັ້ນທາງທີ່ຢູ່ພາກເໜືອສຸດຂອງ

ປະເທດ ມີຄວາມຍາວປະມານ 142 ກິໂລແມັດ, ໂດຍຜ່ານສອງເມືອງຂອງແຂວງຜົ້ງສາລີຄື ເມືອງບຸນເໜືອ ແລະ

ຍອດອູ, ເຊື່ອມຕໍ່ຊາຍແດນ ສປ ຈີນ. ໂຄງການນີ້ໄດ້ເລີ່ມລົງມືການກໍ່ສ້າງມາຕັ້ງແຕ່ເດືອນທັນວາ 2013 ໂດຍກຸ່ມບໍລິ

ສັດ ກວາງຕຸງ ໄຟຟ້ານ້ຳຕົກເລກ 3 ສປ ຈີນ ໂດຍໄດ້ຮັບທຶນກູ້ຢືມຈາກທະນາຄານຂາເຂົ້າ-ຂາອອກ ສປ ຈີນ ຈຳນວນ

95% ຂອງມູນຄ່າທັງໝົດ ແລະ ສ່ວນທີ່ເຫລືອແມ່ນທຶນສົມທົບຈາກລັດຖະບານລາວ, ເຊິ່ງກະຊວງໂຍທາທິການ ແລະ

ຂົນສົ່ງເປັນຜູ້ຈັດຕັ້ງປະຕິບັດ.

 

ເສັ້ນທາງແຫ່ງນີ້ ເປັນເສັ້ນທາງສຳຄັນເສັ້ນໜຶ່ງລະຫວ່າງສອງປະເທດລາວ-ຈີນ ເມື່ອສ້າງສຳເລັແລ້ວຈະສາມາດປັງປຸງ

ການຄົມມະນາຄົມຂົນສົ່ງຂອງແຂວງຜົ້ງສາລີໃຫ້ດີຂຶ້ນກວ່າເກົ່າ ແລະ ຈະເປັນແຮງຊຸກຍູ້ກາ ພັດທະນາເສດຖະກິດ-ສັງ

ຄົມພາຍໃນແຂວງ, ປະຊາຊົນກໍຈະໄດ້ຮັບຜົນປະໂຫຍດສູງສຸດລວມທັງເປັນການຮັບໃຊ້ໃຫ້ແກ່ການຄົມມະນາຄົມ,

ການຂົນສົ່ງ, ການຄ້າ ແລະ ການລົງທຶນທີ່ສະດວກສະບາຍລະຫວ່າງສອງຊາດນຳອີກ.

 

ແຫຼ່ງຂ່າວ: ລາວພັດທະນາ