ກາດຍິງ ໃນສູນເດັກນ້ອຍ ໜອງບົວລຳພູ ປະເທດໄທ

0
2088

ອີງຕາມການລາຍງານສຳນັກຂ່າວໄທ ລາຍງານວ່າ: ເມື່ອເວລາປະມານ 14:00, ເກີດເຫດກາດຍິງຢູ່ໃນສູນເດັກນ້ອຍ ຂອງອົງການປົກຄອງເມືອງນາກາງ ເຮັດໃຫ້ມີຜູ້ບາດເຈັບ ແລະ ມີຫຼາຍຄົນເສຍຊີວິດ, ປະຈຸບັນຄົນຮ້າຍ, ເຊິ່ງຄາດວ່າຈະເປັນອະດີດຕຳຫຼວດ ຢູ່ລະຫວ່າງການ​ຫຼົບໜີ​ການ​ໄລ່​​ຈັບ​ຂອງ​ເຈົ້າ​ໜ້າ​ທີ່.

ເບື້ອງຕົ້ນມີລາຍງານວ່າ: ຄົນຮ້າຍໃຊ້ລົດໃຫຍ່ວີໂກ້ ມີຮ່ອງຮອຍການຕຳດ້ານໜ້າ ໄດ້ທຳການຫຼົບໜີ ຕຳຫຼວດ, ແຕ່ສຸດທ້າຍກໍໄດ້ທຳການຍິງຕົວເອງ ແລະ ລູກເມຍເສຍຊີວິດແລ້ວ.