ກາຊັກສະຖານ ສະກັດກັ້ນກຸ່ມປະທ້ວງເຮັດໃຫ້ເສຍຊີວິດໄປແລ້ວ 164 ຄົນ

0
1300

ວັນທີ 10 ມັງກອນ 2022 ສຳນັກຂ່າວ BBC, AP ໄດ້ລາຍງານຄວາມຄືບໜ້າສະຖານະການປະທ້ວງຮຸນແຮງໃນກາສັກສະຖານ ເຫດເກີດຈາກລັດຖະບານປັບລາຄານ້ຳແກັສນ້ຳມັນ (LPG) ຂຶ້ນໃນຊ່ວງຕົ້ນເດືອນທີ່ຜ່ານມາ ຈຶ່ງເປັນເຫດໃຫ້ປະຊາຊົນຈຳນວນຫຼາຍຕັ້ງກຸ່ມຕໍ່ຕ້ານລັດຖະບານກາສັກສະຖານຄັ້ງທີ່ໂຫດຮ້າຍທີ່ສຸດໃນຮອບ 30 ປີ ຂະນະທີ່ລັດຖະບານກາສັກສະຖານໄດ້ອອກຄຳສັ່ງໃຫ້ເເຈົ້າໜ້າທີ່ ສາມາດຍິງຜູ້ກໍ່ຄວາມຮຸນແຮງໄດ້ເພື່ອຄວບຄຸມສະຖານະການ ເຮັດໃຫ້ຜູ້ປະທ້ວງເສຍຊີວິດແລ້ວ 164 ຄົນ ແລະ ຖືກຈັບກຸມຄວບຄຸມໂຕອີກເກືອບ 8000 ຄົນ.

ເຊິ່ງເຫດການດັ່ງກ່າວໄດ້ທະວີຄວາມຮຸນແຮງທີ່ສຸດໃນຮອບ 30 ປີ ຈົນເຮັດໃຫ້ປະທານາທິບໍດີກາສັກສະຖານ ໄດ້ຂໍຄວາມຊ່ວຍເຫຼືອຈາກລັດຖະບານຣັດເຊຍ ໃຫ້ຊ່ວຍສົ່ງກຳລັງທະຫານຮັກສາສັນຕິພາບມາຄວບຄຸມສະຖານະການໃຫ້ກັບຄືນສູ່ຄວາມສະຫງົບ ແລະ ລັດຖະບານຣັດເຊຍ ໄດ້ສົ່ງກຳລັງທະຫານມາຮອດກາສັກສະຖານເມື່ອອາທິດທີ່ແລ້ວເປັນທີ່ຮຽບຮ້ອຍ.

ແຫຼ່ງຂ່າວ:AP, BBC

ໜ່ວຍກູ້ໄພ ສະຫວັນນະເຂດ Savannakhet Rescue