ກັບຕັນ ອາເມຣິກັນ ແອຣ໌ລາຍ ເສຍຊີວິດກາງອາກາດ! ຜູ້ຊ່ວຍນັກບິນ ຂັບລົງຈອດສຸກເສີນຢ່າງປອດໄພ!

EyWwB5WU57MYnKOuXobWF6lzK03doQpJeJfc1SfiBcCcRKxMeuhQRr

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ຕຸລານີ້ວ່າ ກັບຕັນເຮືອບິນໂດຍສານ ແອຣ໌ບັສ A320 ຖ້ຽວບິນທີ 550 ຂອງສາຍການບິນ ອາເມຣິກັນ ແອຣ໌ລາຍ ໄດ້ເສຍຊີວິດໃນຂະນະຂັບເຮືອບິນພາຜູ້ໂດຍສານຈຳນວນ 147 ຄົນ ແລະ ລູກເຮືອອີກ 5 ຄົນ ຈາກເມືອງຟີນິກ ລັດແອຣິໂຊນາ ໄປຍັງເມືອງບອສຕັນ ລັດແມດຊາຊູເຊສ ເຮັດໃຫ້ຜູ້ຊ່ວຍນັກບິນຕັດສິນໃຈປ່ຽນເສັ້ນທາງການບິນ ແລ້ວໄປລົງຈອດສຸກເສີນຢ່າງປອດໄພ ທີ່ເມືອງຊີຣາຄິວ ລັດນິວຢອກ ໃນເວລາ 7:13 ໂມງ ຂອງມື້ວັນຈັນຜ່ານມາ (5 ຕຸລາ) ຕາມເວລາໃນທ້ອງຖິ່ນ.

ທັງນີ້ ແມ່ນຍັງບໍ່ທັນມີການເປີດເຜີຍ ເຖິງສາເຫດຂອງການເສຍຊີວິດຂອງກັບຕັນເຮືອບິນຄັ້ງດັ່ງກ່າວນີ້ ແຕ່ຢ່າງໃດ.