ກັກໂຕກຸ່ມແກ້ງມົ້ວສຸມກິນກາເຟທີ່ມີສານເສບຕິດ ແລະ ນໍ້າກະທ້ອມ ມາສຶກສາອົບຮົມ ຈຳນວນ 05 ຄົນ.

0
618

ໃນວັນທີ 21 ທັນວາ 2022 ຜ່ານມາ, ທາງເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງທ່າແຂກ ໄດ້ເປີດພິທີສຶກສາອົບຮົມກຸ່ມແກ້ງມົ້ວສຸມກິນກາເຟທີ່ມີສານເສບຕິດ ແລະ ນໍ້າກະທ້ອມ.

ທ່ານ ພັຕ ສີທາ ວົງພັກດີ ຮອງພະແນກຕຳຫຼວດ ປກສ ເມືອງທ່າແຂກ ໄດ້ອະທິບາຍກ່ຽວກັບກົດໝາຍ ແລະ ຜົນຮ້າຍຂອງສານເສບຕິດດັ່ງກ່າວນັ້ນ. ເຊິ່ງອີງຕາມແຈ້ງການຂອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 13/ປກສ ລົງວັນທີ14 ກັນຍາ 2022 ກ່ຽວກັບການເພີ້ມທະວີການຄວບຄຸມ ແລະ ສະກັດກັ້ນ ການປູກ,ຜະລິດ,ປຸກແຕ່ງ, ຊົມໃຊ້,ຄ້າຂາຍ,ຈຳໜາຍຂົນສົ່ງ,ມີໄວ້ຄອບຄອງ,ນຳເຂົ້າ,ສົ່ງອອກ, ພືດທີ່ມີສານເສບຕິດປະເພດຕ່າງໆໂດຍບໍ່ຖືກຕ້ອງຕາມກົດໝາຍ.

ພາຍຫຼັງສຶກສາອົບຮົມກ່າວເຕືອນພວກກ່ຽວສຳເລັດແລ້ວ ທາງເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງທ່າແຂກ ກໍ່ໄດ້ສ້າງບົດບັນທຶກກ່າວເຕື່ອນ ເພື່ອໃຫ້ພວກກ່ຽວມີການປ່ຽນແປງພຶດຕິກຳຂອງຕົນເອງ, ຖ້າຫາກພວກກ່ຽວຍັງໄດ້ສືບຕໍ່ກະທຳຜິດຕໍ່ໄປ ແມ່ນຈະຖືກເຈົ້າໜ້າທີ່ນຳຕົວມາດຳເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ.

Cr. ລາຍການ ຄວາມສະຫງົບແຂວງຄຳມ່ວນ