ກະສິກຳ ທ່າແຮງຫຼັກ ຊຸກຍູ້ການສົ່ງອອກຂອງຫົວພັນ

1cd265033c8e8bec08e6da8a022b0849

 

ແຂວງ​ຫົວ­ພັນ​ເປີດ­ເຜີຍທ່າ­ແຮງ​ບົ່ມ​ຊ້ອນ​ ການ​ປູກ­ຝັງ-ລ້ຽງ­ສັດ​ຂອງ​ປະ­ຊາ­ຊົນ​ໃຫ້​ຜົນ​ດີ​ສົມ­ຄວນ ​ໃນ​ຍຸກ​ເສດຖະ​ກິດ

ເຖິງ​ຈະ​ເປັນ​ອາ­ຊີບ​ທີ່​ລຳ­ບາກ ແຕ່​ຕະ­ຫຼາດ​ມີ​ຄວາມ​ຕ້ອງ­ການ​ສູງ ເຮັດ​ໃຫ້​ໜຶ່ງ​ປີ­ຜ່ານ­ມາສິນ­ຄ້າ​ກະ­ສິ­ກຳ ແລະ ຜະ­ລິດ​

ຕະ​ພັນ​ໄມ້​ກວມ​ເອົາ​ອັດ­ຕາ​ສ່ວນ​ຫຼາຍ​ສຸດ​ໃນ​ຍອດ​ສົ່ງ​ອອກ​ຂອງ​ແຂວງ ​ທີ່​ມີ​ທັງ​ໝົດ​ເຖິງ 170 ກວ່າ​ຕື້​ກີບ.

 

ຕາມ​ຂໍ້​ມູນ​ຈາກ​ພະ​ແນກ​ແຜນ­ການ ແລະ ການ​ລົງ­ທຶນ ແຂວງ​ຫົວ­ພັນ​ໃຫ້​ຮູ້​ວ່າ: ໃນ​ສົກ​ປີ 2013-2014 ຜ່ານ​ມາ, ການ​

ພັດ­ທະ­ນາ​ພາຍ​ໃນ​ແຂວງ​ມີ​ຫຼາຍ​ທີ່​ອັນ​ພົ້ນ​ເດັ່ນ​ທີ່​ຄວນ​ນຳ­ໄປ​ຈັດ​ ຕັ້ງ​ຜັນ​ຂະ­ຫຍາຍ ໃນ​ນັ້ນ ນັບ​ທັງ​ການ​ຜະ­ລິດ​ກະ­ສິ­ກຳ

​ເປັນ​ສິນ­ຄ້າ​ທີ່​ເລີ່ມ​ມີ​ໜໍ່​ແໜງ​ຫຼາຍ​ຂຶ້ນ ແລະ ກວມ​ອັດ­ຕາ​ສ່ວນ​ຫຼາຍ​ສຸດ​ໃນ​ການ​ສົ່ງ​ອອກ​ຈາກ​ຈຳ­ນວນ​ທັງ​ໝົດ 22,14

ລ້ານ​ໂດ​ລາ ຫຼື ປະ­ມານ 177,12 ຕື້​ກີບ ໃນ​ນີ້ ສິນ­ຄ້າ​ຫຼັກ​ປະ­ກອບ​ມີສາ­ລີ, ຖົ່ວ­ເຫຼືອງ, ງາ​ຂາວ, ໝາກ­ເດືອຍ, ເຄື່ອງ​ປ່າ​ຂອງ

​ດົງ, ແຮ່​ທາດ ແລະ ສິນ­ຄ້າ​ຈາກ​ຜະ­ລິດ​ຕະ​ພັນ​ໄມ້​ຈຳ­ນວນ​ໜຶ່ງ.

 

ສ່ວນ​ການ​ນຳ​ເຂົ້າ​ສິນ­ຄ້າ​ໃນ​ໄລ­ຍະ​ດຽວ​ກັນ​ທົ່ວ​ແຂວງ​ປະ­ຕິ­ບັດ​ໄດ້​ທັງ​ ໝົດ 14,8 ລ້ານ​ໂດ​ລາ ຫຼື ປະ­ມານ118,40 ຕື້​ກີບ

ລື່ນ​ແຜນ ການ 10% ໂດຍ​ສ່ວນ​ໃຫຍ່​ຍັງ​ແມ່ນສິນ­ຄ້າ​ທີ່​ຈຳ­ເປັນ​ປະ­ເພດ​ນ້ຳ­ມັນ​ເຊື້ອ​ໄຟ, ເຄື່ອງ​ວັດ​ສະ​ດຸ​ກໍ່­ສ້າງ ເພື່ອ​ຮັບ

​ໃຊ້​ໂຄງການ​ຕ່າງໆ, ການ​ກໍ່­ສ້າງ​ຕຶກ​ອາ­ຄານ​ຫ້ອງ­ການ​ອື່ນໆ ພ້ອມ​ນີ້​ ກໍ​ມີ​ປະ­ເພດ​ສະບຽງ​ອາ­ຫານ ແລະ ເຄື່ອງ­ໃຊ້​ສອຍ​

ປະຈຳ​ວັນ​ຈຳ­ນວນ​ໜຶ່ງ.

 

ແນວ­ໃດ​ກໍ​ດີ ໃນ​ວົງ​ເງິນ​ສົ່ງ​ອອກ 170 ກວ່າ​ຕື້​ກີບ ນັ້ນ​ຖ້າ​ທຽບ­ໃສ່​ແຜນ­ການ​ປີ​ແມ່ນ​ຍັງ​ຫຼຸດ 11,44% ໂດຍ​ຜົນ​ທີ່​ອອກ​

ມາ​ຍັງ​ບໍ່​ທັນ​ສົມ​ກັບ​ທ່າ­ແຮງ​ບົ່ມ​ຊ້ອນ​ທີ່​ມີ​ຢູ່​ພາຍ​ ໃນ​ແຂວງ ອີກ​ທັງ​ສິນ­ຄ້າ​ທີ່​ສົ່ງ​ໄປ​ສ່ວນ​ຫຼາຍ​ແມ່ນ​ເປັນ​ວັດ­ຖຸ​ດິບ​ບໍ່

​ທັນ​ຜ່ານ​ ການ​ປຸງ​ແຕ່ງ ຈິ່ງ​ບໍ່​ສາ­ມາດ​ສ້າງ​ມູນ​ຄ່າ​ເພີ່ມ​ໄດ້​ດີ​ເທົ່າ​ທີ່​ຄວນ ທັງ​ທີ່​ຄວາມ​ເປັນ​ຈິງ​ແລ້ວ​ຫົວ­ພັນ​ເປັນ​ແຂວງ

​ທີ່​ມີ​ເຂດ​ພູມ​ສັນ­ຖານ, ອາ­ກາດ​ເໝາະ​ສົມ​ແກ່​ການ​ຜະ­ລິດ​ກະ­ສິ­ກຳ​ເປັນ​ສິນ­ຄ້າ​ສົ່ງ​ອອກ ສັງ​ລວມ​ແລ້ວ​ໃນ​ສົກ 2013-

2014 ແຂວງ​ຫົວ­ພັນ​ຍັງ​ຂາດດຸນ​ການ​ຄ້າ 7,34 ຕື້​ກີບ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ