ກະສິກຳປອດສານພິດ ພາໃຫ້ຊີວິດຄອບຄົວດີຂຶ້ນ

  ວັນ​ຈັນ​ຜ່ານ​ມາ​ນີ້​ຜູ້​ຂຽນ​ມີ ໂອ­ກາດ​ຂັບ​ຂີ່​ລົດ​ຜ່ານ​ໄປ​ໃນ​ສາຍທາງ​ຖະ­ໜົນ​ເຈົ້າ­ຟ້າ​ງຸ່ມ​ນະ­ຄອນຫຼວງ​ໄດ້​ພົບ​ເຫັນ​ກຸ່ມ​ຜະ­ລິດ​ກະ​ສິກຳ​ອິນ​ຊີ​ປອດ​ສານ­ພິດ​ທີ່​ນຳ​ສິນ­ຄ້າກະ­ສິ­ກຳ​ມາ​ວາງ​ຂາຍ​ຢູ່​ເດີ່ນ​ເຈົ້າຟ້າ​ງຸ່ມ​ໂອ­ກາດ​ດຽວ​ກັນ​ນີ້​ຜູ້​ຂຽນໄດ້​ສຳ­ພາດທ່ານ ນາງ ແມ້ງ ມະ­ນີວັນ ປະ­ຊາ­ຊົນ​ຢູ່​ບ້ານ​ບຸ້ງ​ພ້າວ ເມືອງທຸ­ລະ­ຄົມ ແຂວງ​ວຽງ​ຈັນ ຊຶ່ງ​ເພິ່ນໄດ້​ເວົ້າ​ເຖິງ​ການ​ດຳ­ລົງ​ຊີ­ວິດ​ຂອງຕົນ​ເອງ​ກໍ​ທີ່​ຈະ​ມາ​ຢຶດ​ເອົາ​ອາ­ຊີບ ເຮັດ​ກະ­ສິ­ກຳ​ປອດ​ສານ­ພິດ​ດັ່ງກ່າວ​ນີ້.

   ຄອບ­ຄົວ​ຂອງ​ເພິ່ນ​ໃຫ້​ຮູ້​ວ່າ: ໃນ​ເມື່ອ​ກ່ອນ​ແມ່ນ​ມີ​ອາ­ຊີບ​ເປັນແມ່​ຄ້າ (ຂາຍ​ຜັກ) ຮັບ​ຊື້​ຜັກ​ຈາກຊາວ​ກະ­ສິ­ກຳ​ເຂົ້າ​ມາສົ່ງ​ຕາມຕະ­ຫຼາດ ໃນ​ນະ­ຄອນ­ຫຼວງ​ວຽງຈັນ ຊຶ່ງ​ໄດ​ແກ່​ຕະ­ຫຼາດ​ທາດຫຼວງຂົວ​ດິນ​ເປັນຕົ້ນ​ຜ່ານ​ການ​ເຮັດອາ­ຊີບ​ຄ້າ­ຂາຍ (ຜັກ) ມາ​ກໍ​ເຫັນ ວ່າ​ລາຍ​ຮັບ​ແມ່ນ​ຍັງ​ບໍ່​ໄດ້​ຕາມຄາດ​ໜາຍ​ເທົ່າ​ທີ່​ຄວນ ແລະ ກໍ​ຈະມັກ​ພົບ​ກັບ​ອຸ­ປະ­ສັກ​ຫຼາຍໆ​ຢ່າງ ເປັນ­ຕົ້ນແມ່ນ​ການ​ຂົນ­ສົ່ງ​ສິນ­ຄ້າ ແມ່ນ​ຕ້ອງ​ໄດ້​ໃຊ້​ໄລ­ຍະ​ທາງ­ໄກພໍສົມ­ຄວນ ແລະ ໃນ​ການ​ເອົາໄປ​ຂາຍ​ແຕ່​ລະ​ຄັ້ງ​ນັ້ນ​ບາງ​ທີ່​ກໍໝົດ ຫຼື ກໍ​ບໍ່​ໝົດ​ຖ້າ­ວ່າ​ບໍ່​ໝົດແລ້ວ​ເຮົາ​ເອງກໍ​ຕ້ອງ​ໄດ້​ຂາຍ​ສິນຄ້າ​ນັ້ນໆ​ໃນ​ລາ­ຄາ​ສິນ​ຖືກ​ອອກ​ບໍ່ ດັ່ງ­ນັ້ນ ຜັກ​ສົດ​ນີ້​ມັນ​ບໍ່​ສາ­ມາດ​ຢູ່​ໄດ້​ຫຼາຍ​ມື້​ສະ­ນັ້ນ​ບາງ­ເທື່ອ​ເຮົາເອງ​ກໍ​ຂາດ­ທຶນ ແລະ ຜູ້​ປະ­ກອບການ​ລາຍ​ອື່ນ​ກໍ​ເຊັ່ນ​ກັນປີ 2009 ໂຄງ­ການ​ໄຊ​ມ້ອນ​ເດີ້​ໄດ້​ລົງ​ໄປ​ຊຸກຍູ້​ປະ­ຊາ­ຊົນ​ປູກ​ພືດ​ກະ­ສິ­ກຳ​ອິນ​ຊີຕົນ​ເອງ ຈິ່ງ​ໄດ້​ລົ້ມ​ກັນ​ກັບ​ຄອບ­ຄົວວ່າ​ຢາກ​ຢຸດ​ເຊົາ​ກັບ​ອາ­ຊີບ​ທີ່​ເຮັດມາ​ກ່ອນ​ໜ້າ​ນີ້​ແລ້ວ​ລອງ​ຫັນ​ມາເຮັດ​ອາ­ຊີບ​ໃໝ່​ເບິ່ງ​ບາງ­ທີ​ມັນ​ອາດຈະ​ສ້າງ​ລາຍ​ຮັບ​ໃຫ້​ກັບ​ຄອບ­ຄົວ ຫຼາຍ​ກໍ​ເປັນ​ໄດ້​ມາ​ຮອດ​ປີ 2010 ຕົນ​ເອງ​ຈິ່ງ​ຕັດ­ສິນ​ໃຈ​ເຂົ້າ​ຮ່ວມ ໂຄງ­ການ​ປູກ​ພືດ​ກະ­ສິ­ກຳ​ປອດສານ­ພິດ​ຜ່ານ​ການ​ເຂົ້າ​ຮ່ວມ​ໂຄງການ​ນີ້​ມາ​ໄດ້ 4 ປີ​ແມ່ນ​ເຫັນ​ໄດ້ຄວາມ​ແຕກ​ຕ່າງ​ຂອງ​ຊີ­ວິດ​ການເປັນ​ຢູ່​ຈາກ​ເມື່ອ​ກ່ອນ​ກັບ​ມື້­ນີ້​ຕ່າງກັນ​ຫຼາຍ​ສຳ­ລັບ​ລາຍ​ໄດ້​ຈາກ​ການຂາຍ​ພືດ​ຜັກ​ໃນ​ແຕ່​ລະ​ເດືອນ​ຈະໄດ້​ຢູ່ 4 ຫາ 6 ລ້ານ​ກີບ​ຕໍ່​ເດືອນ​ຕໍ່ຄອບ­ຄົວ (ລວມ​ທັງ​ທຶນ ແລະ ກຳໄລ) ໂດຍ​ສ່ວນ​ຕົວ​ແລ້ວ​ເຫັນ​ວ່າ ການ​ປູກ​ພືດ​ຜັກ​ກະ­ສິ­ກຳ​ປອດ​ສານ­ພິດ​ນີ້​ສາ­ມາດ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຄອບ­ຄົວ​ໄດ້​ດີ​ຫຼາຍ​ເກີນ​ຄາດ ແລະ ຢູ່​ໃນ​ກຸ່ມ​ຜະ­ລິດ​ກະ­ສິ­ກຳ​ຂອງ​ເພິ່ນ​ປະ­ກອບ​ມີ 18 ຄອບ­ຄົວ​ສ່ວນ​ໜ້າ ວຽກ​ແມ່ນ​ຈະ​ຊ່ວຍ​ກັນ​ເຮັດ​ສ່ວນ ຜັກ​ທີ່​ກຸ່ມ​ຂອງ​ເພິ່ນ​ເຮັດ​ໄດ້​ປະ ກອບ​ມີ​ຜັກ​ຫອມ­ປ້ອມ​ຫອມລາບ ຜັກ​ຫົ້ມຜັກ​ສະ​ລັດ ຜັກ­ກາດ­ຊອມ ແລະ ຜັກ​ອື່ນໆ​ອີກ​ຫຼາຍ​ຢ່າງ.

   ສຳ­ລັບ​ວິ­ທີ​ການ​ບົວ­ລະ­ບັດ​ຮັກສາ​ແມ່ນ​ທຸກ​ຄອບ­ຄົວ​ພາຍ​ໃນ​ກຸ່ມ ພ້ອມ​ກັນ​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ຕາມຫຼັກ​ວິ­ຊາ​ການ​ແນະ­ນຳ​ເປັນ­ຕົ້ນການ​ຫຼົກ​ຫຍ້າ​ໃຫ້​ນ້ຳ ແລະ ໃສ່​ຝຸ່ນ ພ້ອມ​ດຽວ​ກັນ​ນີ້​ກໍ​ຍັງ​ຕິດ­ຕາມການ​ເກີດ​ເຊື້ອ​ລາ​ຂອງ​ພືດ​ໃນ​ການໃສ່​ຢາ​ຊີ­ວະ​ພາບ​ສີດ ເພື່ອ​ຂັບ​ໄລ່ສັດ­ຕູ​ພືດ​ສ່ວນ​ຝຸ່ນ​ທີ່​ນຳ​ມາ​ໃຊ້​ນັ້ນ ກໍ​ໃຊ້​ຝຸ່ນ​ຄອກຂີ້­ແກບ ແລະ ຝຸ່ນ​ຊີວະ​ພາບ​ທີ່​ຜະ­ລິດ​ຂຶ້ນ​ເອງ.

   ຖ້າ​ຖາມ​ເຖິງ​ຊີ­ວິດ​ການ​ເປັນ​ຢູ່ ຂອງ​ຄອບ­ຄົວ​ໃນ ເມື່ອ​ກ່ອນ ທ່ານ ນາງ ແມ້ງ ໄດ້​ເວົ້າ​ດ້ວຍ​ສີ​ໜ້າ­ທີ່​ຍິ້ມ ແຍ້ມ​ວ່າ​ໃນ​ການ​ຕັດ­ສິນ​ໃຈ​ເຂົ້າມາ​ເຮັດ​ອາ­ຊີບ​ນີ້​ແມ່ນ​ບໍ່​ເສຍ​ໃຈເລີຍ ຊຶ່ງ​ມັນ​ຊ່ວຍ​ໃຫ້​ຊີ­ວິດ​ການເປັນ​ຢູ່​ຂອງ​ຄອບ­ຄົວ​ດີ​ຂຶ້ນ​ມາ ເລື້ອຍໆ​ໃນ​ທຸກໆ​ມື້ ແລະ ໃນ​ອະ​ນາຄົດ​ຄອບ­ຄົວ​ຂອງ​ເພິ່ນ​ເອງ​ແມ່ນຍັງ​ຈະ​ສືບ­ຕໍ່​ຜະ­ລິດ​ກະ­ສິ­ກຳ​ປອດສານ­ພິດ​ນີ້​ຕະ­ຫຼອດ​ໄປ ເພື່ອ​ຕອບສະ­ໜອງ​ກັບ​ຄວາມ​ຕ້ອງ­ການຂອງ​ຕະ­ຫຼາດ​ໃຫ້​ຖ່ວງ​ທັນ​ສ່ວນລູກ​ຄ້າ​ທ່ານ​ໃດ​ທີ່​ໄດ້​ອ່ານ­ໜັງ­ສືພີມ​ນີ້​ແລ້ວ​ຢາກ​ໄປ​ອຸດ​ໜູນ​ກຸ່ມ​ຜະລິດ​ກະ­ສິ­ກຳ​ຂອງ​ເພິ່ນ​ກໍ​ສາ­ມາດໄປ​ຊື້​ໄດ້​ຢູ່​ທີ່​ສວນ​ເຈົ້າ­ຟ້າ​ງຸ່ມ​ໃນຕອນ​ບ່າຍ​ຂອງ​ວັນ​ຈັນ ແລະ ຢູ່ເດີນ​ທາດ­ຫຼວງ​ວັນ​ພຸດ​ຕອນ​ບ່າຍ​ກັບ​ວັນ​ເສົາ​ຕອນ​ເຊົ້າ​ຂອງ​ທຸກໆອາ­ທິດ.

laopost.com (4)

ຂອບໃຈບົດຄວາມຈາກ: ໜັງສືພິມ ເສດຖະກິດ-ສັງຄົມ