ກະຊວງ ປກສ ລົງວິໄນ ເຈົ້າໜ້າທີ່ 1343 ຄົນ ໃນນີ້ໄລ່ອອກວຽກ 737

ທ່ານ ພົນຈັດຕະວາ ດວງປີ ດາມະນີວົງ ຮອງປະທານກວດກາພັກກະຊວງຫົວໜ້າກົມກວດກາ-ກວດການ ກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານໃນກອງປະຊຸມກວດກາກຳລັງປ້ອງກັນຄວາມສະຫງົບໃນທົ່ວປະເທດ ຄັ້ງທີ ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ ປີຜ່ານມາຄະນະກວດກາກະຊວງ ປກສ ໄດ້ເອົາໃຈໃສ່ໃນການຕິດຕາມກວດກາຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆໃນຖັນແຖວພະນັກງານນັກຮົບກຳລັງ ປກສ ແລະ ສາມາດພົບເຫັນການລະເມີດລະບຽບກົດໝາຍສໍ້ລາດບັງຫລວງ ແລະ ອື່ນໆ

ຈຳນວນ 1.343 ຄົນສ້າງຜົນເສຍຫາຍເປັນເງິນສົດຫລາຍກວ່າ ຕື້ກີບ, 191 ພັນໂດລາສະຫະລັດ, 147ລ້ານກວ່າບາດ (ສະກຸນເງິນໄທ), 23 ລ້ານກວ່າດົງ (ສະກຸນເງິນຫວຽດນາມ) ແລະ ຊັບສິນອື່ນໆ ໂດຍບັນຫາທີ່ກວດພົບສ່ວນຫລາຍແມ່ນການສວຍໃຊ້ໜ້າທີ່ຫາຜົນປະໂຫຍດສ່ວນຕົວເຊັ່ນ: ຢັກຢອກຢາເສບຕິດຂອງກາງຄະດີ ແລະ ຮັບສິນບົນຈາກຜູ້ຄ້າຂາຍຢາເສບຕິດ ດັ່ງກໍລະນີເຈົ້າໜ້າທີ່ ປກສ ແຂວງຫົວພັນ ຈຳນວນໜຶ່ງຮັບສິນບົນເປັນເງິນສົດ 120 ພັນໂດລາສະຫະລັດ ຈາກຂະບວນການຄ້າເຮໂຣອິນຈຳນວນ 93 ແທ່ງກໍລະນີເຈົ້າໜ້າທີ່ ປກສ ແຂວງຫລວງນ້ຳທາ ຈຳນວນໜຶ່ງຮັບສິນບົນຈາກນັກໂທດປະຫານຊີວິດໃນຄະດີຢາເສບຕິດ ຈຳນວນ 14 ລ້ານບາດ (ສະກຸນເງິນໄທ) ເພື່ອແລກກັບການປ່ອຍຕົວນັກໂທດ ແລະ ອີກຫລາຍໆກໍລະນີ. 

ຈາກການປະພຶດທີ່ບໍ່ດີ ແລະ ລະເມີດລະບຽບກົດໝາຍດັ່ງກ່າວ ຈຶ່ງໄດ້ມີການປະຕິບັດຕາມວິໄນ ຄືລະດັບກ່າວເຕືອນຈຳນວນ  144 ຄົນ, ໂຈະຍ້ອງຍໍ-ເລື່ອນຊັ້ນ 341 ຄົນ, ປົດຕຳແໜ່ງ 101 ຄົນ, ຍົກຍ້າຍໜ້າທີ່ 20 ຄົນ,ໄລ່ອອກຈາກກຳລັງ 737 ຄົນ ແລະ ສົ່ງໃຫ້ອົງການສືບສວນ-ສອບສວນດຳເນີນຄະດີຕາມລະບຽບກົດໝາຍ 17ຄົນ. ພ້ອມດຽວກັນນັ້ນ ຄະນະກວດກາກະຊວງຍັງໄດ້ຮັບ ແລະ ຄົ້ນຄວ້າຄຳສະເໜີ-ຄຳຮ້ອງທັງໝົດ 454 ເລື່ອງ,ສາມາດແກ້ໄຂໄດ້ 328 ເລື່ອງ, ສົ່ງໃຫ້ກົມກອງທ້ອງຖິ່ນແກ້ໄຂ 106 ເລື່ອງ ເຊິ່ງພົ້ນເດັ່ນກວ່າໝູ່ແມ່ນກ່ຽວພັນເຖິງຄວາມຮັບຜິດຊອບຂອງເຈົ້າໜ້າທີ່ໃນຂົງເຂດວຽກງານສືບສວນ-ສອບສວນຄະດີອາຍາ, ເສດຖະກິດ, ການຮັບສິນບົນຈາກຍາດຜູ້ຖືກຫາ-ນັກໂທດ ແລະ ອື່ນໆ.

ແຫລ່ງຂ່າວ: ໜັງສືພິມຄວາມສະຫງົບ ແລະ ສໍານັກຂ່າວສານປະເທດລາວ