ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ການ​ເສກ​ສັນ​ປັ້ນ​ແຕ່ງ​ຫົວ​ຂໍ້​ທີ່​ວ່າ “ລັກ​ຄວາມ​ລັບ​ທາງ​ອິນ​ເຕີ​ເນັດ”​ນັ້ນ​ຂຶ້ນ​ມາ​ບໍ່​ມີ​ຜົນ​ດີ​ຕໍ່​ການ​ຮ່ວມ​ມື​ດ້ານ​ຄວາມ​ປ​ອດ​ໄພ​ທາງ​ອິນ​ເຕີ​ເນັດ

ดาวน์โหลด (4)

ຕາມ​ຂ່າວCRI:​ໂດຍ​ແນ​ໃສ່​ມີ​ຂ່າວ​ລາຍ​ງານ​ວ່າ ອົງການ​ອ້ອມ​ຂ້າງ​ລັດຖະບານ​ແລະ​ວິ​ສາ​ຫະ​ກິດ​ຂອງ​ເຢຍ​ລະ​ມັນ​ຖືກ​ແຮກ​ເກີ​ທີ່​ສົງ​ໄສ​ວ່າ​ມາ​ຈາກ​ຈີນ​ນັ້ນໂຈມ​ຕີ,ວັນ​ທີ25​ກຸມພາ​ນີ້, ທ່ານ​ນາງ​ຮວ້າ​ຊຸ່ນ​ອີງ,​ໂຄ​ສົກ​ກະຊ​ວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ຢູ່​ປັກ​ກິ່ງ​ວ່າ,ບາງ​ປະ​ເທດ​ເສກ​ສັນ​ປັ້ນ​ແຕ່ງ​ຫົວ​ຂໍ້​ທີ່​ວ່າ “ລັກ​ຄວາມ​ລັບ​ທາງ​ອິນ​ເຕີ​ເນັດ”​ຂຶ້ນ​ມາ,​ເພື່ອ​ດຶງ​ດູດ​ສາຍ​ຕາ​ຂອງ​ປະ​ຊາ​ຄົມ​ໂລກ​,ນີ້​ບໍ່​ມີ​ຜົນ​ດີ​ຕໍ່​ປະ​ເທດ​ຕ່າງໆ​ສ້າງ​ບັນ​ຍາ​ກາດ​ການ​ຮ່ວມ​ມື​ໃນ​ບັນ​ຫາ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ,​ກໍ່​ບໍ່​ມີ​ຜົນ​ດີ​ຕໍ່​ປະ​ຊາ​ຄົມ​ໂລກ​ທຳ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ເພື່ອ​ຊຸກ​ຍູ້​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ.

ນາງ​ຮ້ວາ​ຊຸ່ນອີງ​ຊີ້​ອອກ​ວ່າ,ບັນຫາ​ຕົ້ນຕໍ​ດ້ານ​ຄວາມ​ປອດ​ໄພ​ຂອງ​ອິນ​ເຕີ​ເນັດ​ໃນປະຈຸ​ບັນ​ນີ້​ແມ່ນ,​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຖື​ອິນ​ເຕີ​ເນັດ​ເປັນ​ສະ​ໜາມ​ຮົບ​ແຫ່ງ​ໃໝ່,​ອອກ​ແຮງ​ພັດ​ທະ​ນາ​ຄວາມ​ສາ​ມາດ​ດ້ານ​ການ​ສູ້​ຮົບ​ທາງ​ອິນ​ເຕີ​ເນັດ,​ພັດ​ທະ​ນາ​ພັນ​ທະ​ມິດ​ທາງ​ການ​ທະ​ຫານ​ທາງ​ອິນ​ເຕີ​ເນັດ,​ມີ​ເຈດ​ຈຳ​ນົງ​ໃຫ້​ມີ​ກຳ​ລັງ​ຂົ່ມ​ຂູ່​ທາງ​ອິນ​ເຕີ​ເນັດ,​ຊຸກ​ຍູ້​ການ​ວາງ​ກະ​ຕິ​ກາ​ການ​ສູ້​ຮົບ​ທາງ​ອິນ​ເຕີ​ເນັດ,​ເພື່ອ​ໃສ່​ຊື່​ງາມ​ໃຫ້​ແກ່​ການ​ການ​ກະ​ທຳ​ຂອງ​ຕົນ​ທີ່​ກໍ່​ການ​ໂຈມ​ຕີ​ທາງ​ອິນ​ເຕີ​ເນັດ.​ການ​ກະ​ທຳ​ຄື​ແນວ​ນີ້​ໄດ້​ເພີ່ມ​ຄວາມ​ສ່ຽງ​ທີ່​ເກີດ​ການ​ປະ​ທະ​ກັນ​ທາງ​ອິນ​ເຕີ​ເນັດ​ລະ​ຫວ່າງ​ຊາດ.​ຈີນ​ສະ​ແດງ​ຄວາມ​ຫ່ວງ​ໃຍ​ຕໍ່​ຄວາມ​ຄືບ​ໜ້າ​ໄປ​​ໃນ​ທາງ​ລົບ​ຂອງ​ເລື່ອງ​ນີ້.​ຈີນ​ຫວັງ​ໃຫ້​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຢຸດ​ຕິ​ການ​ຕຳ​ນິ​ຕິ​ຕຽນ​ທີ່​ໄຮ້​ເຫດ​ຜົນ​ແລະ​ການ​ເສກ​ສັນ​ປັ້ນ​ແຕ່ງ,​ຮ່ວມ​ກັບ​ຈີນ​ທຳ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ສ້າງ​​ອິນ​ເຕີ​ເນັດ​ທີ່​ມີ​ສັນ​ຕິ​ພາບ,​ຄວາມ​ປອດ​ໄພ,​ເປີດ​ປະຕູ​ແລະ​ມີ​ການ​ຮ່ວມ​ມື.

ທີ່ມາhttp://laos.cri.cn