ກະຊວງສຶກສາດຳ​ເນີນການ​ຮຽນ-ການ​ສອນຜ່ານສື່ອອນລາຍໃນໄລຍະໂຄວິດ-19

Teach-Study Online
Teach-Study Online

ສຳນັກຂ່າວສານປະເທດລາວ ລາຍງານໃຫ້ຮູ້ວ່າ ສະຖາບັນຄົ້ນ­ຄວ້າ​ ວິ­ທະ­ຍາ­ສາດການສຶກສາ ກະ­ຊວງສຶກສາທິການ ແລະ ກິ­ລາ ໄດ້ຜະລິດສື່ການຮຽນ​-ການສອນອອນລາຍ​ ໃນຊ່ວງໄລ­ຍະພັກຮຽນເພື່ອປ້ອງກັນ ​ແລະ  ສະ­ກັດກັ້ນການແຜ່ລະ­ບາດ ຂອງເຊື້ອໄວຣັດໂຄວິດ-19. ​

ປັດຈຸບັນ​​ກຳລັງດຳເນີນການຮຽນການສອນ ຈົນ​​ເຖິງວັນທີ 21 ​ເມສາ 2020 ຊຶ່ງໄດ້ອອກອາ­ກາດ ຜ່ານລາຍ­ການ ໂທລະ­ພາບສຶກສາກິ­ລາລາຍ­ການສຶກສາໃໝ່ ທາງສະ­ຖາ­ນີໂທລະ ພາບລາວຊ່ອງ 1, ລາຍ­ການວິ­ທະ­ຍຸສຶກສາ ທາງວິ­ທະ­ຍຸກະ­ຈາຍ­ສຽງແຫ່ງຊາດ ແລະ ຈະອັບໂຫລດລົງສື່ອອນລາຍ ເຊັ່ນເຟດບຸ໊ກເພ Edu-sport TV online ແລະ ສະຖາບັນຄົ້ນ­ຄວ້າວິ­ທະ­ຍາ­ສາດການສຶກສາ.

ສຳ­ລັບສື່ການຮຽນ​-ການສອນຊັ້ນປະ­ຖົມສຶກສາ​ ທີ່ຜະ­ລິດໃນຄັ້ງນີ້ປະ­ກອບມີ: ວິ­ຊາຄະ­ນິດ­ສາດ ​ແລະ ພາ­ສາລາວ ຊັ້ນ 1  ແລະ ຜະ­ລິດສື່ວິ­ຊາພາ­ສາລາວຄະ­ນິດ­ສາດພາ­ສາອັງ­ກິດ ຂອງຊັ້ນ ປ 3,  4 ແລະ ປ 5.

 

ຮຽບຮຽງຂ່າວ: ພຸດສະດີ