ກະຊວງສາທາລະນະສຸກ ຫາລືວາງແຜນສັກຢາ ປ້ອງກັນພະຍາດໂປລີໂອ ຢູ່ 4 ແຂວງ

ຂປລ. ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ທີ່​ແຂວງ​ຄຳ​ມ່ວນ,  ຫ້ອງການສັກຢາກັນພະຍາດ ຂອງກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມປຶກສາຫາລື ວາງແຜນການສັກຢາປ້ອງກັນພະຍາດໂປລີໂອ ຢູ່ພາຍໃນ 4 ແຂວງ ປະກອບມີ ແຂວງຄຳມ່ວນ, ສະຫວັນນະເຂດ, ບໍລິຄຳໄຊ ແລະ ແຂວງຊຽງຂວາງ ​ໂດຍ​ການ​ເຂົ້າ​ຮ່ວມ​ ຂອງ ທ່ານ ດຣ.ອານົນ ເຊືອດວົງສາ ຮອງຫົວໜ້າຫ້ອງການສັກຢາກັນພະຍາດແຫ່ງຊາດ, ມີບັນດາຫົວໜ້າພະແນກສາທາລະນະສຸກ 4 ແຂວງ, ພ້ອມດ້ວຍ ພະນັກງານວິຊາການ 41 ເມືອງ ​ເຂົ້າ​ຮ່ວມ.

ການດຳເນີນກອງປະຊຸມ ວຽກງານສັກຍາຄັ້ງນີ້, ບັນດາຜູ້ຊ່ຽວຊານ ແລະ ນັກວິຊາການ ໄດ້ຮ່ວມກັນປຶກສາ ຫາລືລົງເລິກ ກ່ຽວກັບການສັັກຢາ ໃນການກະກຽມໃຫ້ແກ່ການສັກຢາ ໃຫ້ສຳເລັດຕາມໄລຍະເວລາກຳນົດໄວ້.

ກອງປະຊຸມ ​ໄດ້ມີການຊີ້ແຈງ ການປ່ຽນແທນສາຍພັນຢາປ້ອງກັນໂປລີໂອ ຈາກ 3 ສາຍພັນ ມາເປັນ 2 ສາຍພັນ ໂດຍປະຕິບັດຕາມພັນທະຂອງລາວ ທີ່ມີສ່ວນຮ່ວມໃນທົ່ວໂລກ ຕາມການແຈ້ງຂອງກົມອານາໄມໂລກ ເຊິ່ງມີ 146 ປະເທດຮ່ວມກັນ ລວມທັງປະເທດລາວ ທີ່ຈະຕ້ອງໄດ້ຢຸດເຊົານຳໃຊ້ວັກ​ແຊງ ປ້ອງກັນໂປລີໂອສາຍພັນທີ 3 ໃນວັນທີ 29 ພຶດສະພາ 2016 ພ້ອມກັນຢູ່ລາວ ຈະຢຸດສັກຢາສາຍພັນທີ 3 ແລະ ຄາດວ່າ ໃນປີ 2020 ແມ່ນຈະຢຸດໃຊ້ວັກ​ແຊງໂປລີໂອຊະນິດຢອດ ຈະໃຊ້ແຕ່ຊະນິດສັກ ເຫດຜົນຍ້ອນເຊື້ອພະຍາດ ຫລື ເຊື້ອວິລຸດຂອງພະຍາດເຫລົ່ານີ້ ໃກ້ຈະໝົດອອກຈາກໂລກເຮົາແລ້ວ. ສະນັ້ນ, ຈຶ່ງບໍ່ໃຫ້ມີວັກ​ແຊງທີ່ກິນທາງປາກ ຈະມີແຕ່ວັກຊິນຊະນິດສັກ ເທົ່ານັ້ນ.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!