ກະຊວງການເງິນ ຈັດພິທີມອບ-ຮັບໜ້າທີ່ ລັດຖະມົນຕີວ່າການຜູ້ໃໝ່!

ຂປລ. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ໄດ້ຮັບການແຕ່ງຕັ້ງ ເປັນລັດຖະມົນຕີ ກະຊວງການເງິນຜູ້ໃໝ່ເພື່ອຮັບຮອງເອົາ ໂຄງປະກອບກົງຈັກຂອງລັດຖະບານ ແລະ ສະມາຊິກຂອງລັດຖະບານຊຸດໃໝ່ ຕາມການສະເໜີ ຂອງນາຍົກລັດຖະມົນຕີ ໃນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ   VIII ​ເມື່ອອາ​ທິດ​ຜ່ານມານີ້.

ພິທີ​ມອບ-ຮັບດັ່ງກ່າວ,ໄດ້ຈັດຂຶ້ນໃນວັນທີ 25 ​ເມສາ ນີ້ ຢູ່ນະຄອນຫລວງວຽງຈັນລະຫວ່າງ ທ່ານ ດຣ. ລຽນ ທິແກ້ວ ລັດຖະມົນຕີ ກະຊວງການເງິນຜູ້​​ເກົ່າແລະ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນຜູ້ໃໝ່ ໂດຍການເຂົ້າຮ່ວມ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ​ແລະ ​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!