ກອງປະຊຸມສຸດຍອດ ສະຫລອງ ການພົວພັນ ອາຊຽນ-ອີຢູ ຄົບຮອບ 45 ປີ

0
595

ໃນວັນທີ 14 ທັນວາ 2022 ຜ່ານມາ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫລີມສະຫລອງການພົວພັນ ອາຊຽນ-ສະຫະພາບ ເອີຣົບ(ອາຊຽນ-ອີຢູ) ຄົບຮອບ 45 ປີ ທີ່ບຣຸກແຊນ, ປະເທດແບນຊິກ, ພາຍໃຕ້ການເປັນປະທານຮ່ວມຂອງ ກໍາປູເຈຍ ແລະ ອີຢູ.

ບັນດາຜູ້ນໍາອາຊຽນ ແລະ ອີຢູ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມືອາຊຽນ-ອີຢູ ຕະຫລອດໄລຍະ 45 ປີທີ່ຜ່ານມາ, ຊຶ່ງໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ຈາກການຮ່ວມມືແບບປົກກະຕິ ກ້າວເຂົ້າສູ່ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ໃນປີ 2020. ປັດຈຸບັນ, ອີຢູ ເປັນຄູ່ຄ້າໃຫຍ່ອັນດັບ 3 ຂອງອາຊຽນ ແລະ ອາຊຽນກໍເປັນຄູ່ຄ້າໃຫຍ່ອັນດັບ 3 ຂອງ ອີຢູ, ມູນຄ່າການຄ້າສອງຝ່າຍບັນລຸໄດ້ 268.92 ຕື້ໂດລາສະຫະລັດ ໃນປີ 2021. ພ້ອມກັນນີ້, ອີຢູ ກໍເປັນຜູ້ລົງທຶນໂດຍກົງລາຍໃຫຍ່ຂອງອາຊຽນ, ຊຶ່ງມີມູນຄ່າ 26.534 ຕື້ໂດລາສະຫະລັດ ໃນປີ 2021.

ບັນດາຜູ້ນໍາອາຊຽນ ແລະ ອີຢູ ຍັງໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາໂຄງການ ການຮ່ວມມື ພາຍໃຕ້ແຜນປະຕິບັດງານອາຊຽນ-ອີຢູ (2018-2022), ຊຶ່ງເຫັນວ່າໄດ້ຮັບຜົນສໍາເລັດ ຫລາຍດ້ານ ເປັນຕົ້ນ ດ້ານການຄ້າ, ການລົງທຶນ, ການສຶກສາ, ການແລກປ່ຽນຂໍ້ມູນຂ່າວສານ, ວິທະຍາສາດ-ເຕັກໂນໂລຊີ, ການເຊື່ອມຈອດ ແລະ ອື່ນໆ. ບັນດາຜູ້ນໍາອາຊຽນ-ອີຢູ ໄດ້ຊຸກຍູ້ໃຫ້ເພີ່ມທະວີການຮ່ວມມືກັນຫລາຍຂຶ້ນ ໂດຍຜ່ານການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອີຢູ ສະບັບໃໝ່ (2023-2027) ທີ່ໄດ້ຮັບຮອງເອົາໃນໂອກາດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ໃນເດືອນສິງຫາ 2022 ໂດຍເນັ້ນໃສ່ການຮ່ວມມືດ້ານສາທາລະນະສຸກ, ການໄປມາຫາ ສູ່ກັນຂອງປະຊາຊົນສອງພາກພື້ນ, ການຂົນສົ່ງທາງອາກາດ, ການຄ້າ, ການລົງທຶນ, ການຮັບມືກັບໄພພິບັດທາງທໍາມະຊາດ, ການຕ້ານການກໍ່ການຮ້າຍ ແລະ ອື່ນໆ. ບັນດາຜູ້ນໍາອາຊຽນໄດ້ສະແດງຄວາມຊົມເຊີຍຕໍ່ການປະກອບສ່ວນຂອງອີຢູ ເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ກໍຄື ການເຊື່ອມໂຍງ-ເຊື່ອມຈອດອາຊຽນ ແລະ ໄດ້ສະແດງຄວາມຍິນດີຕໍ່ຄວາມໝາຍໝັ້ນຂອງອີຢູ ທີ່ຈະສືບຕໍ່ໃຫ້ການສະໜັບສະໜູນການຈັດຕັ້ງປະຕິບັດແຜນວຽກສະບັບທີ 4 ຂອງ ຂໍ້ລິເລີ່ມວ່າດ້ວຍການເຊື່ອມໂຍງອາຊຽນ (IAI) ແລະ ແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025(MPAC 2025). ພ້ອມກັນນີ້, ບັນດາຜູ້ນໍາອາຊຽນ ແລະ ອີຢູ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ຊຸກຍູ້ໃຫ້ ອາຊຽນ-ອີຢູ ສືບຕໍ່ເພີ່ມທະວີການຮ່ວມມື ເພື່ອຟື້ນຟູເສດຖະກິດຫລັງພະຍາດໂຄວິດ-19 ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດພາກພື້ນ ໂດຍການເສີມຂະຫຍາຍການຮ່ວມມືດ້ານການເຊື່ອມຈອດຕ່ອງໂສ້ການຜະລິດພາກພື້ນ ແລະ ລະຫວ່າງພາກພື້ນ, ການຫັນເປັນເສດຖະກິດດີຈິຕອນ, ການສົ່ງເສີມການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ, ການພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການພັດທະນາສີຂຽວ, ການປ່ຽນແປ່ງດິນຟ້າອາກາດ ແລະ ອື່ນໆ.

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດການພົວພັນ ອາຊຽນ-ອີຢູ, ທ່ານ ນາຍົກລັດຖະ ມົນຕີ ພັນຄຳ ວິພາວັນ ຍັງໄດ້ມີໂອກາດພົບປະສອງຝ່າຍກັບ ທ່ານ ຟາມ ມິງ ຈິ່ງ ນາຍົກລັດຖະມົນ ຕີ ແຫ່ງ ສສ ຫວຽດນາມ ໂດຍໄດ້ປຶກສາຫາລືກ່ຽວກັບ ການກະກຽມໃຫ້ແກ່ການພົບປະຂອງສອງກົມການເມືອງ, ການມາຢ້ຽມຢາມສປປລາວ ແລະ ການເຂົ້າຮ່ວມສະຫລຸບປີມິດຕະພາບຂອງນາຍົກລັດຖະມົນຕີຫວຽດນາມໃນທ້າຍປີນີ້.

ນອກນັ້ນ, ກໍໄດ້ເຂົ້າຮ່ວມພົບປະສາມນາຍົກ ຊຶ່ງໄດ້ຖືໂອກາດແລກປ່ຽນຄໍາເຫັນກັບ ນາຍົກຮຸນເຊນ ໃນການຊຸກຍູ້ໃຫ້ມີການລົງນາມແຜນດໍາເນີນງານກ່ຽວກັບການເປັນຄູ່ຮ່ວມມືຍຸດທະສາດ ໝັ້ນຄົງ ຍາວນານ ແລະ ສົນທິສັນຍາວ່າດ້ວຍການປັກຫລັກໝາຍຊາຍແດນ 86%. ພ້ອມກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ພົບປະກັບ ທ່ານ ຊາກ ມິແຊນ ປະທານສະພາອີຢູ ໂດຍສອງຝ່າຍຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງອາຊຽນ-ອີຢູ ກໍຄື ສປປ ລາວ-ອີຢູ ແລະ ຝ່າຍອີຢູໄດ້ແຈ້ງໃຫ້ຊາບກ່ຽວກັບ ທຶນການຊ່ວຍເຫລືອ ຈາກ ອີຢູ ດ້ານງົບ ປະມານຈໍານວນ 550 ລ້ານ ເອີໂລ ສໍາລັບສົກປີ 2021-2024 ຕໍ່ໂຄງການບຸລິມະສິດຕ່າງໆຂອງ ສປປ ລາວ ແລະ ຍັງໄດ້ພົບປະກັບ ທ່ານ ວິກຕໍ ອໍບານ ນາຍົກລັດຖະມົນຕີຮົງກາຣີ ຊຶ່ງສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ລາວ ແລະ ຮົງກາຣີ ໂດຍສະເພາະແມ່ນຂົງເຂດການສຶກສາ ທີ່ ຮົງກາໄດ້ ໃຫ້ທຶນການສຶກສາ ແກ່ ສປປ ລາວ ປີລະ 150 ທຶນ.

ແຫຼ່ງຂ່າວ: ຂປລ