ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ

ສຳນັກຂ່າວສານປະເທດລາວລາຍງານເມື່ອວັນທີ 5 ມິຖຸນາ 2018ວ່າ ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 5 ມິຖຸນາ 2018 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6), ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງການນໍາພັກ-ລັດຂັ້ນສູງ ສະມາຊິກສະພາແຫ່ງຊາດທົ່ວປະເທດ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ.

ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ຈະດໍາເນີນໄປເຖິງ ວັນທີ 28 ມິຖຸນາ 2018 ເຊິ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 18 ວັນ. ໃນໄລຍະດຳເນີນກອງປະຊຸມສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄໍາສະເໜີໂດຍກົງ ຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມ, ເຊິ່ງສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີ ໄປຍັງກອງປະຊຸມຜ່ານ ໂທລະສັບສາຍດວ່ນ 156; ໂທລະສານ ໝາຍເລກ: 021 413 528; ສົ່ງເປັນຈົດໝາຍທາງໄປສະນີ ຕູ້ ປນ. 662 ຫລື ສົ່ງອີເມວ: na_session@na.gov.la

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ