ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIII (25/04-18/05/2017)

ສຳນັກຂ່າວສານປະເທດລາວ ລາຍງານເມື່ອວັນທີ 21 ເມສາ 2017 ນີ້ວ່າ ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄຂຂຶ້ນໃນຕອນເຊົ້າຂອງວັນທີ 25 ເມສາ ແລະ ຈະສຳລັດລົງໃນວັນທີ 18 ພຶດສະພາ 2017 ລວມທັງໝົດ 17 ວັນ (ບໍ່ລວມວັນພັກລັດຖະການ) ທີ່ສະພາແຫ່ງຊາດ ນະຄອນຫລວງວຽງຈັນ. ເຊິ່ງກອງປະຊຸມດັ່ງກ່າວ, ຈະໄດ້ຮັບຟັງການລາຍການ, ພິຈາລະນາ ແລະ ຕົກລົງບັນຫາສຳຄັນຕ່າງໆເຊັ່ນ: ວຽກງານລັດຖະບານ, ວຽກ ງານຂອງອົງການກວດສອບແຫ່ງລັດ, ວຽກງານຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ, ວຽກງານສະພາແຫ່ງຊາດ ແລະ ພິຈາລະນາຮັບຮອງເອົາກົດໝາຍສ້າງໃໝ່ ກົດໝາຍສະບັບປັບປຸງ ແລະ ປະກອບຄຳເຫັນ ໃສ່ກົດໝາຍທາບທາມ ລວມທັງໝົດ 14 ສະບັບ.

ທ່ານນາງ ສວນສະຫວັນ ວິຍະເກດ ກຳມະການຄະນະປະຈຳສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ໄດ້ກ່າວໃນງານຖະແຫລງຂ່າວ ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 20 ເມສານີ້ ວ່າ: ກອງປະຊຸມຈະໄດ້ຮັບຟັງລາຍງານໂດຍສັງເຂບ ຈາກ ທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຈຸດສຸມໃນໄລຍະ 6 ເດືອນຜ່ານມາ ແລະ ທິດທາງແຜນການວຽກງານຈຸດສຸມ ໃນ 6 ເດືອນຕໍ່ໜ້າຂອງລັດຖະບານ 2017; ຮັບຟັງລາຍງານຂອງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໝົດປີ 2016 ແລະ ການຜັນຂະຫຍາຍການຈັດຕັ້ງ ປະຕິບັດແຜນປີ 2017; ຮັບຟັງລາຍງານ ຂອງລັດຖະມົນຕີກະຊວງການເງິນ ກ່ຽວກັບສະຫລຸບ ສະພາບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ 3 ເດືອນຂ້າມຜ່ານທ້າຍປີ 2016, ບົດລາຍງານສະພາບການຈັດຕັ້ງ ປະຕິບັດ ແຜນງົບປະມານແຫ່ງລັດ ງວດ 1 ປີ 2017 ແລະ ຄາດຄະເນທິດທາງແຜນການ 6 ເດືອນຕົ້ນປີ 2017; ຮັບຟັງການລາຍງານ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບສະພາບການຄຸ້ມຄອງ ລາຄາສິນຄ້າ, ອັດຕາເງິນເຟີ້, ອັດຕາແລກປ່ຽນ ທີ່ພວມກະທົບຕໍ່ການຜະລິດ, ການດຳລົງຊີວິດຂອງສັງຄົມ, ທິດທາງ ແລະ ມາດຕະການແກ້ໄຂ ໃນຕໍ່ໜ້າ; ພິຈາລະນາຮັບຮອງເອົາ ບົດລາຍງານ ການເຄື່ອນໄຫວວຽກງານ 5 ປີ (2012-2016) ແລະ ທິດທາງວຽກງານ 5 ປີ (2017-2021) ຂອງອົງການກວດສອບແຫ່ງລັດ ທັງພິຈະລະນາຮັບຮອງເອົາ ການເລືອກຕັ້ງປະທານ ອົງການກວດສອບແຫ່ງລັດ; ຮັບຟັງລາຍງານຂອງອົງການ ໄອຍະການປະຊາຊົນສູງສຸດ ກ່ຽວກັບການປະຕິບັດສິດ ສັ່ງຟ້ອງຄະດີອາຍາຂຶ້ນສານ ແລະ ການເຂົ້າຮ່ວມການດຳເນີນຄະດີແພ່ງ ຢູ່ທີ່ປະຊຸມສານ ໃນໄລຍະຜ່ານມາ ແລະ ກຳນົດທິດທາງ ໃນການປັບປຸງ ຍົກສູງຄຸນນະພາບ ກ່ຽວກັບວຽກງານດັ່ງກ່າວ; ຮັບຟັງລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການດຳເນີນຄະດີ ຢູ່ສານຂັ້ນຕົ້ນ ແລະ ສານຂັ້ນອຸທອນ ໄລຍະຜ່ານມາ, ທິດທາງປັບປຸງ ແລະ ຍົກສູງຄຸນນະພາບ ໃນວຽກງານດັ່ງກ່າວ.

ນອກຈາກນັ້ນ, ຍັງຈະໄດ້ຮັບຮອງເອົາບົດລາຍງານ ການເຄື່ອນໄຫວ ຂອງຄະນະປະຈຳສະພາແຫ່ງຊາດ ລະຫວ່າງ ສອງກອງປະຊຸມສະພາແຫ່ງຊາດ, ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຫາ ກອງປະຊຸມສະໄໝສາມັນ ເທື່ອທີ 3 ແລະ ແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຫາ ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII, ພິຈາລະນາຮັບຮອງເອົາ ການສະເໜີແຕ່ງຕັ້ງ ຮອງປະທານກຳມາທິການ ຂອງສະພາແຫ່ງຊາດ, ຕາມການສະເໜີຂອງຄະນະປະ ຈຳສະພາແຫ່ງຊາດ; ຮັບຟັງການຊີ້ແຈງຂອງພາກສ່ວນກ່ຽວຂ້ອງ ຕໍ່ຄຳສະເໜີ ຂອງສັງຄົມຜ່ານໂທລະສັບສາຍດ່ວນ ຂອງກອງປະຊຸມສະໄໝມັນ ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ຍັງຈະພິຈາລະນາຮັບຮອງ ເອົາກົດໝາຍສ້າງໃໝ່ 5 ສະບັບ, ກົດໝາຍສະບັບປັບປຸງ 8 ສະບັບແລະກົດໝາຍທາບທາມ 1 ສະບັບ.