ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 8 ໄດ້ເປີດຂຶ້ນໃນຕອນເຊົ້າຂອງມື້ນີ້

0
2175

ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ 8 ໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນທີ 25 ເມສາ 2017 ແລະຈະໄດ້ດຳເນີນຈົນຮອດວັນທີ 18 ພຶດສະພາ 2017 ເຊິ່ງກອງປະຊຸມນີ້ ຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະຕົກລົງບັນຫາສຳຄັນຕ່າງໆເຊັ່ນ: ວຽກງານຂອງລັດຖະບານ, ວຽກງານຂອງອົງການກວດສອບແຫ່ງລັດ, ວຽກງານຂອງອົງການໄອຍະການປະຊາຊົນ ແລະສານປະຊາຊົນ, ວຽກງານຂອງສະພາແຫ່ງຊາດ ແລະພິຈາລະນາຮັບຮອງເອົາກົດໝາຍສ້າງໃໝ່, ກົດໝາຍສະບັບປັບປຸງ ແລະປະກອບຄຳເຫັນໃສ່ກົດໝາຍທາບທາມ ລວມທັງໝົດ 14 ສະບັບ

ບັນດາພະນັກງານລັດຖະກອນ, ທະຫານຕຳຫຼວດ ແລະພໍ່ແມ່ປະຊາຊົນທັງຫຼາຍ ຈົ່ງພ້ອມກັນຕິດຕາມການດຳເນີນກອງປະຊຸມດັ່ງກ່າວ ເພື່ອຮັບເອົາຄຳຄິດຄຳເຫັນ ແລະຄຳສະເໜີໂດຍກົງຈາກປະຊາຊົນ ໃນໄລຍະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ 8 ຖ້າທ່ານໃດມີຄຳຄິດຄຳເຫັນ ແລະຄຳສະເໜີ ໄປຍັງກອງປະຊຸມສາມາດໂທຜ່ານສາຍດ່ວນ 156 ຂອງສະພາແຫ່ງຊາດ ຫຼືໂທລະສານ 021​ 452627 ຫຼືສົ່ງຈົດໝາຍທາງໄປສະນີ ຕູ້ປນ 662 ໄດ້

ແຫຼ່ງຂ່າວ: ໜັງສືພິມ ເສດຖະກິດ-ການຄ້າ