ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ – ຍີ່ປຸ່ນ ຄັ້ງທີ 8 ຈັດຂຶ້ນທີ່ກົວລາລຳເປີ

ASEAN- JAPAN MINISTERIAL MEETING

ທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 8, ເຊິ່ງໄດ້ຈັດຂຶ້ນໃນບ່າຍວັນທີ 5 ສິງຫານີ້, ທີ່ກົວລາລໍາເປີ ປະເທດມາເລເຊຍ ໂດຍການເປັນປະທານກອງປະຊຸມ ຂອງ ທ່ານ ມິໂນລຸ ຄິຢູຊິ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຍີ່ປຸ່ນ ແລະ ມີບັນດາລັດຖະມົນຕີວ່າການ​ກະຊວງ​ການຕ່າງປະເທດ ພ້ອມ​ດ້ວຍ​ຄະນະ ຈາກປະເທດແມ່ ນໍ້າຂອງ (ກຳປູ​ເຈຍ, ສປປ ລາວ, ມຽນມາ, ​ໄທ ​ແລະ ຫວຽດນາມ) ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຕີລາຄາສູງຕໍ່ຜົນຄວາມ​ຄືບ​ໜ້າຂອງການຈັດຕັ້ງປະຕິບັດ ບັນດາ​ແຜນ​ງານ ​ແລະ ​ໂຄງການ​ຕ່າງໆ ພາຍ​ໃຕ້ແຜນປະຕິບັດງານ​​ແມ່​ນ້ຳຂອງ-ຍີ່ປຸ່ນ ​ເພື່ອ​ຜັນ​ຂະຫຍາຍຍຸດທະສາດໂຕກຽວ 2012 ໃນຂະ​ແໜງການຮ່ວມມືບູລິ​ມະ​ສິດ​ຕ່າງໆ.

ບັນດາ​ລັດຖະມົນ​ຕີ​ຕ່າງປະ​ເທດ ​ແມ່​ນໍ້າຂອງ-ຍີ່ປຸ່ນ ຍັງໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະ ຊຸມສຸດຍອດແມ່ ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 7 ທີ່ໄດ້​ຈັດ​ຂື້ນ​​ໃນ​ເດືອນ​ກໍລະກົດ 2015 ທີ່​​ໂຕ​ກຽວ, ​ເຊິ່ງ​ໄດ້ຮັບຮອງເອົາຍຸດທະສາດໂຕກຽວ 2015 (ສະບັບໃໝ່) ປະກອບມີ 4 ເສົາຄໍ້າບູລິມະສິດ ຄື: (1) ຄວາມພະຍາຍາມທາງດ້ານໂຄງລ່າງ ສໍາລັບການພັດທະນາພື້ນຖານໂຄງລ່າງທາງດ້ານອຸດສາຫະກໍາໃນ ພາກພື້ນແມ່ນໍ້າຂອງ ແລະ ເສີມຂະຫຍາຍການເຊື່ອມຈອດໃຫ້ເປັນຮູບປະທໍາ, (2) ຄວາມພະຍາຍາມ ທາງດ້ານໂຄງບົນ ​ເພື່ອພັດທະນາຊັບພະຍາກອນມະນຸດ​ໃນ​ຂະ​ແໜງ​ອຸດສາຫະກໍາ ແລະ ເສີມຂະຫຍາຍ ໂຄງບົນການເຊື່ອມຈອດ, (3) ການພັດທະນາແບບຍືນຍົງເພື່ອກ້າວເຂົ້າສູ່ແມ່ນໍ້າຂອງສີຂຽວຢ່າງ ແທ້ຈິງ, (4) ການປະສານງານກັບບັນດາອົງການຈັດຕັ້ງຕ່າງໆ ທີ່ຮ່ວມມືກັບພາກພື້ນແມ່ນໍ້າຂອງ.

ກອງປະຊຸມໄດ້ຮັບຮອງເອົາແຜນປະຕິບັດງານແມ່ນໍ້າຂອງ-ຍີ່ປຸ່ນ ເພື່ອຜັນຂະຫຍາຍຍຸດທະສາດ ໂຕກຽວ 2015 ສະບັບໃໝ່ ແລະ ຮັບຮອງເອົາຖະແຫຼງການກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າ ຂອງ-ຍີ່ປຸ່ນ ຄັ້ງທີ 8 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຂອບການຮ່ວມມືດັ່ງກ່າວໃນຕໍ່ໜ້າ. ພ້ອມ​ດຽວ​ກັນ​ນີ້, ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ​ແມ່​ນໍ້າຂອງ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ ລັດຖະບານຍີ່ປຸ່ນ ທີ່ໄດ້ປະກາດໃຫ້ການຊ່ວຍ​ເຫຼືອ​ເພື່ອ​ການ​ພັດທະນາ ມູນຄ່າ 750 ຕື້ເຢັນ ​​ເພື່ອ​ນຳ​ໃຊ້​ເຂົ້າໃນການຈັດຕັ້ງປະຕິບັດໂຄງການ ​ແລະ ​ແຜນ​ງານ​ຕ່າງໆ ຂອງ​ຂອບ​ການ​ຮ່ວມ​ມື​ດັ່ງກ່າວ​ໃນໄລຍະສາມປີຕໍ່ໜ້າ.

ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 9 ຈະໄດ້ຈັດຂຶ້ນໃນປີ 2016 ທີ່ນະຄອນຫລວງວຽງຈັນ.

 

ຂອບໃຈຂ່າວຈາກ:

ລພນ