ກອງປະຊຸມທາບທາມຮ່າງກົດໝາຍວ່າດ້ວຍເຂດເສດຖະກິດພິເສດ

0
783

ວັນທີ 26 ພຶດສະພາ 2023 ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເສດຖະກິດພິເສດ ກະຊວງແຜນການ ແລະ ການລົງທຶນ (ຜທ) ຈັດກອງປະຊຸມທາບທາມຮ່າງກົດໝາຍວ່າດ້ວຍເຂດເສດຖະກິດພິເສດ ເປັນປະທານຂອງທ່ານ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງ ຜທ ມີທ່ານ ສອນປະເສີດ ດາລາວົງ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເສດຖະກິດພິເສດ ພ້ອມຫົວໜ້າກົມ ຫົວໜ້າຫ້ອງການ ຫົວໜ້າພະແນກການ 4 ແຂວງພາກກາງ ແລະ ສະພາປະຊາຊົນແຂວງເຂົ້າຮ່ວມ.

ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື ແລະ ປະກອບຄໍາເຫັນຕໍ່ເນື້ອໃນຂອງຮ່າງກົດໝາຍ ເພື່ອທາບທາມແນວຄວາມຄິດ ແລະ ວິໄສທັດໃນການສ້າງກົດໝາຍວ່າດ້ວຍເຂດເສດຖະກິດພິເສດ ໃຫ້ມີຄວາມເປັນເອກະພາບ ແລະ ເປັນບ່ອນອີງໃນການຄົ້ນຄວ້າຮ່ວມກັນ ເພື່ອເຮັດໃຫ້ຮ່າງກົດໝາຍດັ່ງກ່າວ ມີຄວາມຮັດກຸມຖືກຕ້ອງ ແລະ ສອດຄ່ອງກັບສະພາບການພັດທະນາຂອງເຂດເສດຖະກິດພິເສດໃນແຕ່ລະໄລຍະກອງປະຊຸມຈຶ່ງໄດ້ຮ່ວມກັນຄົ້ນຄວ້າ ປະກອບຄຳຄິດຄຳເຫັນ ແລະ ທົບທວນຄືນບາງຈຸດສຳຄັນດັ່ງນີ້:

  1. ການກໍານົດເປົ້າໝາຍໃນການສ້າງຕັ້ງເຂດເສດຖະກິດພິເສດ ແມ່ນເພື່ອເປັນບ່ອນສ້າງລາຍຮັບໃຫ້ປະເທດຊາດ ສ້າງພື້ນຖານໂຄງລ່າງ ສ້າງວຽກເຮັດງານທຳ ແລະ ອື່ນໆ ໂດຍມີຄວາມສອດຄ່ອງຕາມແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ
  2. ການກຳນົດຈຸດທີ່ຕັ້ງຂອງເຂດເສດຖະກິດພິເສດ ແມ່ນໃຫ້ອີງໃສ່ຈຸດພິເສດທີ່ຕັ້ງຂອງປະເທດເຮົາ ລວມທັງທ່າແຮງທີ່ເອື້ອຍອຳນວຍອື່ນໆ ໂດຍສອງຄ່ອງກັບແຜນການນໍາໃຊ້ທີ່ດິນແຫ່ງຊາດ
  3. ການກໍານົດນະໂຍບາຍສົ່ງເສີມໃນເຂດເສດຖະກິດພິເສດ ກໍຄວນໃຫ້ມີຄວາມພິເສດທີ່ແຕກຕ່າງຈາກນອກເຂດ ເພື່ອສາມາດແຂ່ງຂັນກັບບັນດາປະເທດໃກ້ຄຽງ ແລະ ພາກພື້ນ ໃນດຶງດູດການລົງທຶນ ແລະ
  4. ການຄຸ້ມຄອງວຽກງານເຂດເສດຖະກິດພິເສດ ໂດຍສະເພາະແມ່ນວຽກງານບໍລິການການລົງທຶນປະຕູດຽວ ເຊິ່ງຕ້ອງໄດ້ຮັບການຮ່ວມມື ແລະ ເຂົ້າໃຈຈາກຂະແໜງການທີ່ກ່ຽວຂ້ອງ ເພື່ອໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໃນການຈັດຕັ້ງປະຕິບັດ ເພື່ອໃຫ້ສາມາດຕອບສະໜອງ ແລະ ບໍລິການແກ່ຜູ້ລົງທຶນໃຫ້ສົມກັບການເປັນເຂດເສດຖະກິດພິເສດ ຮັບປະກັນຄວາມວ່ອງໄວ ຖືກຕ້ອງ ໂປ່ງໃສ ແລະ ສາມາດກວດສອບໄດ້.

ແຫຼ່ງຂ່າວ Vientiane Mai