ກອງທັບສະຫະລັດຯ ສົ່ງເຮືອບິນ ເບ-2 ມາປະຈຳຢູ່ອາຊີ-ປາຊີຟິກ ທ່າມກາງຄວາມເຄັ່ງຮ້ອນ ຢູ່ແຫລມເກົາຫລີ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ມີນານີ້ວ່າ ໃນມື້ວານນີ້ (10 ມີນາ) ກອງທັບອາກາດ ສະຫະລັດອາເມຣິກາ ໄດ້ສົ່ງເຮືອບິນຖິ້ມລະເບີດ ເບ-2 ຈຳນວນ 3 ລຳ ໄປປະຈຳການຢູ່ພາກພື້ນອາຊີ-ປາຊີຟິກ ເພື່ອສົມທົບກັບປະຕິບັດການທາງທະຫານ ຮ່ວມກັບກອງທັບຂອງປະເທດພັນທະມິດ ໃນຂົງເຂດດັ່ງກ່າວ.

ທັງນີ້ ການສົ່ງເຮືອບິນ ເບ-2 ເຂົ້າມາປະຈຳການໃນພາກພື້ນອາຊີ-ປາຊີຟິກ ແມ່ນມີຂຶ້ນພາຍຫລັງ ເກົາຫລີເໜືອ ໄດ້ທົດສອບຍິງລູກສອນໄຟໄລຍະສັ້ນ 2 ລູກ ໃນວັນອັງຄານທີ 8 ມີນາຜ່ານມາລົງສູ່ທະເລ ເພື່ອຕອບໂຕ້ການຊ້ອມຮົບຮ່ວມກັນ ລະຫວ່າງກອງທັບເກົາຫລີໃຕ້ ແລະ ກອງທັບສະຫະລັດຯ.

ແນວໃດກໍຕາມ ກອງທັບອາກາດສະຫະລັດຯ ບໍ່ໄດ້ລະບຸວ່າ ເຮືອບິນຖິ້ມລະເບີດ ເບ-2 ຈຳນວນ 3 ລຳນີ້ ຈະດຳເນີນພາລະກິດ ໃນພາກພື້ອນອາຊີ-ປາຊີຟິກ ເປັນເວລາດົນປານໃດ.