ກອງທັບສະຫະລັດປະກາດ ເລີ່ມປົດປະຈຳການທະຫານທີ່ບໍ່ສັກວັກຊີນປ້ອງກັນໂຄວິດ-19

0
1247

ກອງທັບສະຫະລັດ ປະກາດຈະເລີ່ມປົດປະຈຳການທະຫານທີ່ບໍ່ປະຕິບັດຕາມຂໍ້ບັງຄັບສັກວັກຊີນປ້ອງກັນໂຄວິດ-19 ຖືໄດ້ວ່າເປັນຄວາມສ່ຽງຕໍ່ກອງທັບ ແລະ ທຳລາຍການກຽມຄວາມພ້ອມໃນການສູ້ຮົບ.

ທ່ານນາງ ຄິສຕິນ ວໍມັດ ເລຂາທິການກອງທັບສະຫະລັດໄດ້ກ່າວວ່າ: ຈະເລີ່ມຂະບວນການຄັດແຍກທະຫານທີ່ປະຕິເສດການສັກວັກຊີນ ແລະ ບໍ່ໄດ້ໄດ້ຢູ່ໃນການພິຈາລະນາເພື່ອຂໍຮັບຂໍ້ຍົກເວັ້ນ ເຊິ່ງທະຫານປະຈຳການປົກກະຕິທັງໝົດ 482.000 ຄົນເມື່ອຊ່ວງທ້າຍປີ 2021 ທີ່ຜ່ານມາ ແລະ ຄາດວ່າຈະຖືກປົດອອກກວ່າ 3000 ຄົນ ເນື່ອງຈາກກ່ອນໜ້ານີ້ກອງທັບສະຫະລັດໄດ້ອອກໜັງສື ຕັກເຕືອນທະຫານທີ່ຍັງປະຕິເສດການສັກວັກຊີນໄປແລ້ວ.

ຕາມຂໍ້ມູນວັນທີ 26 ມັງກອນ ກອງທັບສະຫະລັດໄດ້ສັ່ງປົດນາຍທະຫານລະດັບສູງໄປແລ້ວ 6 ຄົນລວມເຖິງທະຫານລະດັບຜູ້ບັງຄັບກອງພັນ 2 ຄົນ ເຊິ່ງກອງທັບສະຫະລັດໄດ້ເຫັນວ່າການປະຕິເສດການສັກວັກຊີນເປັນເລື່ອງທີ່ລະອຽດອ່ອນ ໃນຊ່ວງທີ່ເກີດໂລກລະບາດເພາະທະຫານທີ່ປ່ວຍພຽງຄົນດຽວສາມາດແພ່ເຊື້ອໄປໃຫ້ທະຫານຄົນອື່ນໃນກອງທັບໄດ້ ແລະ ເປັນເຫດເຮັດໃຫ້ພາລະກິດຕ້ອງຫຼ້າຊ້າໄປອີກ.

ພ້ອມກັນນັ້ນກອງທັບເຮືອສະຫະລັດກໍໄດ້ສັ່ງປົດໄປແລ້ວ 118 ຄົນ ໃນນັ້ນມີທະຫານປະຈຳການແລະກອງກຳລັງເສີມປະມານ 8000 ຄົນທີ່ຍັງບໍ່ໄດ້ສັກວັກຊີນ.

ອ້າງອີງ: AFP