ກອງທັບປະຊາຊົນລາວໄດ້ຮັບເຄື່ອງຊ່ວຍເຫຼືອຈາກກອງທັບປົດປ່ອຍປະຊາຊົນຈີນຄັ້ງທີ 2

ອີງຕາມການລາຍງານຂ່າວຈາກ CRI-FM93 ໃຫ້ຮູ້ວ່າ ໃນຕອນເຊົ້າວັນທີ 2 ມິຖຸນາ 2020 ທີ່ຜ່ານມາ ຄະນະນໍາກອງທັບປະຊາຊົນລາວ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະຊ່ວຍເຫຼືອດ້ານອຸປະກອນການແພດເພື່ອຕອບໂຕ້ພະຍາດໂຄວິດ-19 ຈາກກອງທັບປົດປ່ອຍປະຊາຊາຊົນຈີນ ກະຊວງປ້ອງກັນປະເທດ ສປ ຈີນ ຢູ່ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ.

ຕາງໜ້າຄະນະສະເພາະກິດກະຊວງປ້ອງກັນປະເທດລາວຮັບເຄື່ອງໂດຍ ສະຫາຍ ບົວສິງ ອິນທະວົງ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ແລະ ຕາງໜ້າມອບໂດຍສະຫາຍ ເສີນ ຢົງຈິ່ງ ທີ່ປຶກສາປ້ອງກັນຊາດ ແຫ່ງສະຖານທູດຈີນປະຈໍາລາວ, ມີສະຫາຍ ວົງຄໍາ ພົມມະກອນ ຫົວຫນ້າກົມໃຫຍ່ພະລາທິການ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.

ການຊ່ວຍເຫຼືອຄັ້ງນີ້ຖືເປັນການຊ່ວຍເຫຼືອຄັ້ງທີ 2 ຂອງກອງທັບປົດປ່ອຍປະຊາຊົນຈີນເຊິ່ງປະກອບມີ: ອຸປະກອນປ້ອງກັນຕົວທາງການແພດ, ເຄື່ອງຊ່ວຍຫາຍໃຈ, ເຄື່ອງວັດແທກສະພາບຮ່າງກາຍຄົນເຈັບ ແລະ ອື່ນໆ.

 

ຮຽບຮຽງຂ່າວ: ພຸດສະດີ