ກວ່າ 600 ຊີວິດຮ່ວມໃຈດຳນ້ຳເກັບຂີ້ເຫຍື້ອໃຕ້ທະເລສ້າງສະຖິຕິໂລກ

ລາຍງານຂ່າວຕ່າງປະເທດເມື່ອວັນທີ 18 ມິຖຸນາຜ່ານມາໃຫ້ຮູ້ວ່າ ນັກດຳນຳ້ຈຳນວນ 633 ຄົນຮ່ວມໃຈສ້າງສະຖິຕິເພື່ອສິ່ງແວດ ລ້ອມ ດ້ວຍການດຳນຳ້ເກັບຂີ້ເຫຍື້ອຢູ່ໃຕ້ທະເລເລິກ ຂະນະທີ່ມີເຈົ້າໜ້າທີ່ຈາກກິນເນສ ເວິລ ເຣັກຂອດ ຈາກນະຄອນນິວຢອກເຂົ້າຮ່ວມບັນທຶກສະຖິຕິ.

ການສ້າງສະຖິຕິໃນຄັ້ງນີ້ຈັດຂຶ້ນຢູ່ບໍລິເວນໃກ້ກັບທ່າເຮືອຊິດເບັດນາໆຊາດເດຍຣີຟິລ ບີຊ ລັດຟໍຣິດາ ປະເທດອາເມຣິກາເປັນເວລາ 2 ຊົ່ວໂມງ (9:00-11:00) ຂະນະທີ່ສື່ທ້ອງຖິ່ນ ໄດ້ລາຍງານວ່າ ນັກດຳນຳ້ເກັບຂີ້ເຫຍື້ອໄດ້ຢ່າງໜ້ອຍ 737 ກີໂລກຣາມ ໃນນີ້ ເປັນສາຍ ເບັດນຳ້ໜັກເຖິງ 27 ກີໂລກຣາມ ເນື່ອງຈາກມີສາຍເບັດທີ່ຖືກຕັດຖິ້ມລົງທະເລສະສົມມາຫຼາຍປີ.

ສ່ວນສະຖິຕິທີ່ນັກດຳນຳ້ເກັບຂີ້ເຫຍື້ອໃຕ້ທະເລໄດ້ກ່ອນໜ້ານີ້ແມ່ນ 614 ກີໂລກຣາມທີ່ຈັດໂດຍ ອາເໝັດ ກາບຣ ອະດີດທະຫານຂອງເອຢິບ ຊຶ່ງຈັດກິດຈະກຳຂຶ້ນທີ່ທະເລແດງໃນປະເທດເອຢິບເມື່ອປີ 2014.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: khaosod