ກວດຄົ້ນເຮືອນເປົ້າໝາຍ ພົບຢາບ້າເກືອບ 7.000 ເມັດ ພ້ອມຈັບຕົວມາດຳເນີນຄະດີ

ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ ໄດ້ເຂົ້າກວດຄົ້ນເຮືອນ ທ້າວ ຕູວ້າ ອາຍຸ 35 ປີ ປະຊາຊົນຢູ່ບ້ານຫ້ວຍຕອງ ເມືອງໄຊ ແຂວງອຸດົມໄຊ ພົບເຫັນຢາເສບຕິດຫຼາຍລາຍການ; ໃນນັ້ນ, ມີຢາບ້າເກືອບ 7.000 ເມັດ, ຢາຝິ່ນ ແລະ ແປ້ງຝຸ່ນສີຂາວຈໍານວນໜຶ່ງ ພ້ອມທັງກັກຕົວໄປສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການນຳກັນ ເພື່ອຕິດຕາມຈັບຕົວໄປດໍາເນີນຄະດີຕາມກົດໝາຍ.

ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບແຈ້ງຈາກພົນລະເມືອງດີ ໃນວັນທີ 24 ຕຸລາ 2017 ວ່າ ທ້າວ ຕູວ້າ ເອົາຢາເສບຕິດເຂົ້າມາຈໍາໜ່າຍຢູ່ເຮືອນຂອງຜູ້ກ່ຽວເອງ, ໃນແຕ່ລະວັນ ໄວລຸ້ນຂີ່ລົດຈັກທຽວເຂົ້າອອກເປັນປະຈໍາ ສ້າງສຽງເນືອງນັນໃຫ້ປະຊາຊາຊົນເຮືອນໃກ້ຄຽງ. ຈາກນັ້ນ, ຈຶ່ງໄດ້ແຕ່ງຕັ້ງກໍາລັງວິຊາສະເພາະລົງກວດກາສັນລະສູດແຫຼ່ງຂ່າວທັນທີ. ຜ່ານການກວດກາຕົວຈິງເຫັນວ່າມີມູນຄວາມຈິງແທ້, ຈຶ່ງໄດ້ສົມທົບກັບກໍາລັງທ້ອງຖິ່ນ ເຂົ້າກວດຄົ້ນເຮືອນຂອງຜູ້ຖືກຫາ ພົບເຫັນຢາເສບຕິດຫຼາຍລາຍການ; ໃນນັ້ນ, ມີຢາບ້າ ຈຳນວນ 6.729 ເມັດ, ຢາຝິ່ນ ຈຳນວນ 1 ຫໍ່, ນໍ້າໜັກ 132,2 ກຼາມ, ແປ້ງຝຸ່ນສີຂາວ ຈຳນວນ 1 ກິໂລກຼາມ, ລົດເກັງຍີ່ຫໍ້ແຄັດ(CAD) ໝາຍເລກທະບຽນ ກຍ 5524 ກຳແພງນະຄອນ ແລະ ໂທລະສັບມືຖືອີກ 1 ໜ່ວຍ.

ຜ່ານການສືບສວນ-ສອບສວນ, ທ້າວ ຕູວ້າ ໄດ້ຮັບສາລະພາບວ່າ: ຢາເສບຕິດຈໍານວນດັ່ງກ່າວ ແມ່ນຂອງຜູ້ກ່ຽວແທ້ ເຊິ່ງໄດ້ຊື້ນຳຜູ້ຮ່ວມຂະບວນການດຽວກັນ ເພື່ອຈະນຳໄປຂາຍຕໍ່ໃຫ້ກັບຜູ້ຮ່ວມຂະບວນການຢູ່ພາຍໃນເທດສະບານເມືອງໄຊ ແຂວງອຸດົມໄຊ ແຕ່ຖືກເຈົ້າໜ້າທີ່ກັກຕົວກ່ອນ. ຕໍ່ກັບຜູ້ຖືກຫາລາຍນີ້, ປັດຈຸບັນທາງເຈົ້າໜ້າທີ່ວິຊາສະເພາະທີ່ກ່ຽວຂ້ອງພວມເລັ່ງດຳເນີນການສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງ, ພັກພວກ ແລະ ຜູ້ຮ່ວມຂະບວນການໃນຄັ້ງນີ້ ມາລົງໂທດຕາມລະບຽບກົດໝາຍຕໍ່ໄປ.

 

ແຫລ່ງຈາກ: ໜັງສືພິມ ປກສ.