ຂ່າວທ່ອງທ່ຽວ ໝູ່ບ້ານລະເບີດ! ບ້ານມົ້ງແຂວງຊຽງຂວາງ By ບຸດສະດີ ສາຍນ້ຳມັດ - 16/03/2016 0 2819 Share on Facebook Tweet on Twitter ທ່ອງທ່ຽວວັນນີ້ລາວໂພສຕ໌ມີອີກໜຶ່ງສະຖານທີ່ມານຳສະເໜີ ຊື່ອາດບໍ່ຄຸ້ນຫູຂອງຫຼາຍໆທ່ານ ແລະ ບາງຄົນອາດຈະຍັງບໍ່ຮູ້ວ່າທີ່ຊຽງຂວາງມີອີກໜຶ່ງສະຖານທີ່ທ່ຽວທີ່ໜ້າສົນໃຈ ແລະ ຢາກໃຫ້ທຸກຄົນໄດ້ລອງໄປທ່ຽວ. ໝູ່ບ້ານລະເບີດ ບ້ານມົ້ງແຂວງຊຽງຂວາງ ເປັນໝູ່ບ້ານທີ່ຊາວບ້ານມີລະເບີດຫຼາຍຈົນນຳໄປໃຊ້ໃຫ້ເປັນປະໂຫຍດຕ່າງໆ ນຳໄປເຮັດຮົ້ວ, ເສົາເຮືອນ, ຂອງໃຊ້ໃນຄົວເຮືອນ ໝູ່ບ້ານມົ້ງຕັ້ງຢູ່ແຄມທາງຫຼວງເສັ້ນທາງທີ 7 ໄປທາງຕະເວັນອອກສຽງເໜືອນຂອງໂພນສະຫວັນ 3 ກິໂລແມັດ, ຫາກມາທ່ຽວຊຽງຂວາງເມືອງໂພນສະຫວັນ ຢ່າລືມແວ່ທ່ຽວໝູ່ບ້ານມົ້ງກ່ອນທີ່ຈະໄປທ່ຽວທົ່ງໄຫຫີນ 1 ຮັບຮອງວ່າການເດີນທາງຂອງທ່ານຄັ້ງນີ້ບໍ່ຜິດຫວັງແນ່ນອນ. ໝູ່ບ້ານລະເບີດນອກຈາກຈະມີລະເບີດແລ້ວທ່ານຍັງຈະໄດ້ເຫັນການດຳລົງຊີວິດຂອງຊາວບ້ານແທ້ໆ ເຊັ່ນການເຮັດນາ, ການລ້ຽງນົກກາງເກ, ເຫັນບັນດາແມ່ຍິງນັ່ງແຊ່ວຜ້າ, ເຫັນເຮືອນຄົວຊາວມົ້ງ, ເຫັນເຄື່ອງໃຊ້ໃນເຮືອນຄົວທີ່ເຮັດຈາກລູກລະເບີດ. ຊາວເຜົ່າມົ້ງເປັນຄົນທີ່ມີນ້ຳໃຈ, ໃຈດີເໝືອນກັບຊົນເຜົ່າອື່ນໆ ພວກເຂົາຈະປະຕິບັດຕໍ່ແຂກທີ່ໄປຢ້ຽມຢາມດ້ວຍມິດໄມຕີອັນດີດ້ວຍຄວາມຈິງໃຈ ຢູ່ໃນເມືອງລາວຍັງມີແຫລ່ງທ່ອງທ່ຽວອີກຫຼາຍແຫ່ງທີ່ເຮົາຍັງບໍ່ຮູ້ບໍ່ເຄີຍໄປ ສະນັ້ນໃນຊີວິດນີ້ທ່ານຕ້ອງລອງໄປສຳພັດຈັກຄັ້ງໜຶ່ງແລ້ວທ່ານຈະບໍ່ມີວັນລືມ. ຂອບໃຈພາບ ແລະ ຂໍ້ມູນຈາກ: ເວັບໄຊ໌ຮັອດເຊຍ ສັງລວມພາບ ແລະ ເນື້ອໃນໂດຍ: ລາວໂພສຕ໌