“ໂຈຊິງສື” ຈັບມືກັບ “ສີເຄິ” ສ້າງຮູບເງົາ “ໄຊອິ໋ວ 2017 ຄົນເຫຼັກອິດທິພົນໃຫຍ່”

ຄໍລຳໜັງໃໝ່ ວັນນີ້ ແອັດມີຂ່າວຄາວ ຮູບເງົາເລື່ອງໃໝ່ທີ່ກຽມລົງຈໍໂຮງຮູບເງົາໃນຈີນມາອັບເດດໃຫ້ແຟນໆຮູບເງົາໄດ້ຮູ້ຈັກນຳກັນ.

ຮູບເງົາແນວຊຽນແຟນຕາຊີທີ່ໂດ່ງດັງຂອງຈີນ “ໄຊອິ໋ວ” ເຖິງແມ່ນວ່າຮູບເງົາເລື່ອງຈະຖືກນຳມາສ້າງໃໝ່ຫຼາຍຄັ້ງກໍ່ຕາມ ແຕ່ທຸກຄັ້ງກໍ່ຍັງໄດ້ຮັບຄວາມນິຍົມຈາກຜູ້ຊົມທົ່ວອາຊີບຄືເກົ່າ, ສຳລັບ ໄຊອິ໋ວ 2017 ຄົນເຫຼັກອິດທິພົນໃຫຍ່ ນີ້ ໄດ້ນັກສະແດງເຈົ້າບົດບາດຕົວພໍ່ຂອງວົງການສະແດງແຫ່ງແດນມັງກອນເຖິງ 2 ຄົນມາຮ່ວມກັນສ້າງ ຢ່າງ “ໂຈຊິງສື” ກັບ “ສີເຄິ” ແລະ ຍັງປະກອບດ້ວຍນັກສະແດງຫຼາຍທ່ານ ຢ່າງ: ຄຣິສ ວູ ໃນບົດ ພຣະຖັງຊຳຈັງ,​ ຫລິນເກິງຊິນ ໃນບົດ ຣາຊາວານອນ ຊຸນງໍຄົງ, ເຫຍົາເສິນ ໃນບົດ ທ່ານ ຣາຊາຄູ, ເຈລລີ ຫຼິນ ໃນບົດ ເຟລີຊິຕີ້,​ ເຫມິງເຄິປາທຽນ ຮັບບົດ ຊົວເຈັ໋ງ, ຫຍາງອີ໋ເວ່ຍ ຮັບບົດ ຕືໂປ໊ຍກ່າຍ ແລະ ດາລາອື່ນໆອີກຫຼາຍຄົນ. ພຽງເຫັນແຕ່ຊື່ຜູ້ກຳກັບ ກັບຊື່ນັກສະແດງ ກໍ່ເຮັດໃຫ້ ຮູບເງົາເລື່ອງ ໄຊອິ໋ວ 2017 ຄົນເຫຼັກອິດທິພົນໃຫຍ່ ມີຄວາມໜ້າສົນໃຈແລ້ວ

ໄຊອິ໋ວ 2017 ຄົນເຫຼັກອິດທິພົນໃຫຍ່ ເລື່ອງນີ້ເປັນພາກຕໍ່ຈາກເລື່ອງ “Journey to the West – Conquering the Demons” ຫຼັງຈາກສັງຫານແມ່ນາງ ຕ້ວນໃນພາກທີ່ແລ້ວນີ້ ແລະ ຈະເປັນຕອນນີ້ພຣະຖັງຊຳຈັງຈະລົງໂທດ ຊຸນງໍຄົງ ເລື່ອງລາວຈະດຳເນີນໄປໃນຮູບແບບໃດນັ້ນ ຕ້ອງຕິດຕາມ ໃນວັນທີ 23 ກຸມພາ ນີ້ ມີແຜນສາຍໃນໂຮງຮູບເງົາຈີນ ແລະ ໄທ ສ່ວນແຟນຮູບເງົາບ້ານເຮົາກໍ່ຕ້ອງລໍໄປກ່ອນ ຖ້າມີກຳນົດສາຍໃນໂຮງຮູບເງົາບ້ານເຮົາມື້ໃດ ດຽວແອັດຈະມາບອກເລົ່າໃຫ້ຮູ້ອີກຄັ້ງ ແຕ່ຕອນນີ້ເຮົາໄປເບິ່ງຕົວຢ່າງຮູບເງົາກັນດີກວ່າ