ເອົາແລ້ວ! ປາກິດສະຖານຍິງເຮືອບິນຮົບອິນເດຍຕົກ (ມີວິດີໂອ)

ໂຄສົກກອງທັບກຳລັງທາງອາກາດຂອງປາກິດສະຖານ ໄດ້ເຜີຍແຜ່ຂໍ້ຄວາມທາງທະວິດເຕີ (Twitter) @ OfficialDGISPR ໂດຍລະບຸວ່າ ໄດ້ຕອບໂຕ້ຕໍ່ການໂຈມຕີຂອງອິນເດຍ ທີ່ເກີດຂື້ນມື້ວານນີ້ (26 ກຸມພາ 2019) ດ້ວຍການຍິງເຮືອບິນຂອງອິນເດຍ 2 ລຳ ທີ່ບິນເຂົ້າມາໃນເຂດນ່ານຟ້າຂອງປາກິດສະຖານ.

ຄວາມຂັດແຍ້ງທີ່ທະວີຄວາມຮຸນແຮງລະຫວ່າງປາກິດສະຖານ ແລະ ອິນເດຍ ໃນຄັ້ງນີ້ ເປັນເຫດມາຈາກການທີ່ອິນເດຍໃຊ້ເຮືອບິນຮົບຂື້ນບິນເພື່ອໂຈມຕີຖານທີ່ໝັ້ນຂອງຜູ້ກໍ່ການຮ້າຍໃນພື້ນທີ່ ເຮັດໃຫ້ທາງປາກິດສະຖານບໍ່ພໍໃຈ ແລະ ອອກມາຕອບໂຕ້ອິນເດຍກັບ ພ້ອມເຕືອນວ່າ ປາກິດສະຖານຈະຕອບໂຕ້ອິນເດຍທັນທີ ຫາກມີເຮືອບິນລຸກລໍ້າເຂດນ່ານຟ້າຂອງຕົນ ເພາະປາກິດສະຖານມີສິດທີ່ຈະປົກປ້ອງຕົວເອງ ຈົນມາຮອດມື້ວານນີ້ ອິນເດຍໄດ້ນຳເຮືອບິນຂື້ນບິນອີກຄັ້ັງ ແລະ ນີ້ແມ່ນການນຳມາເຊີ່ງການຍິງເຮືອບິນຂອງອິນເດຍດັ່ງກ່າວຕົກ

ໜື່ງໃນຄວາມຂັດແຍ້ງນີ້ເກີດຂື້ນຫຼັງຈາກທີ່ອັງກິດ (ປະເທດທີ່ປົກຄອງໃນສະໄໝນັ້ນ) ໄດ້ປະກາດໃຫ້ເອກະລາດແກ່ທັງ 2 ປະເທດ ແລະ ເລື່ອງດິນແດນ,ສາສະໜາ ເນື່ອງຈາກປະຊາຊົນທັງສອງປະເທດແມ່ນນັບຖືສາສະໜາທີ່ຕ່າງກັນ ແຕ່ດິນແດນຂອງພວກເຂົານັ້ນແມ່ນຢູ່ຕິດກັນ ຈື່ງເປັນອີກເຫດໜື່ງທີ່ເຮັດໃຫ້ປະເທດທັງສອງເກີດມີຄວາມຂັດແຍ່ງ ແລະ ຂະຫຍາຍກວ້າງອອກໄປ ຈົນນຳໄປສູ່ການເກີດສົງຄາມ ໃນທີ່ສຸດ.

 

 

 

 

 

 

 

ຮຽບຮຽງໂດຍ: ບຸນມີ ບຸນມີໄຊ

ແຫຼ່ງຂ່າວ: MTHAI

ຮູບພາບ ແລະ ວິດີໂອ: SAMAA TV, RT, HIMANSHU RANA