ເຫດຜົນທີ່ເຮັດໃຫ້ຄົນສ່ວນຫຼາຍບໍ່ກ້າລົງທຶນເຮັດທຸລະກິດ

ຄົນສ່ວນຫຼາຍຄິດຢາກລົງທຶນເຮັດທຸລະກິດໃດໜຶ່ງ ແຕ່ເມືອຮອດເວລາແທ້ໆພັດເກີດຄວາມລັງເລ ຫຼື ຍົກເລີກຄວາມຄິດນັ້ນໄປເລີຍ ຍ້ອນເຫດໃດຈິ່ງແບບນັ້ນ ເຮົາມາອ່ານຄຳຕອບໄປພ້ອມກັນເລີຍ

  1. ຄວາມສ່ຽງ ຍ້ອນຄົນສ່ວນຫຼາຍບໍ່ກ້າສ່ຽງ ອາດເກີດຄວາມກັງວົນຢ້ານທຸລະກິດທີລົງທຶນໄປແລ້ວນັ້ນຢ້ານມັນຫຼຸບທຶນ ຢ້ານເງິນກ້ອນນັ້ນສູນຫາຍໄປ
  2. ເຄີຍມີປະສົບການທີ່ບໍ່ດີ ຫຼື ເຫັນແບບຢ່າງທີ່ບໍ່ ອາດມີເພື່ອນ, ຄົນໃນຄອບຄົວ, ຄົນຮູ້ຈັກ ເຮັດທຸລະກິດແລ້ວລົ້ມລະລາຍ ຕົວເອງເລີຍເກັບມາຄິດຈິ່ງເກີດຄວາມຢ້ານ ຢ້ານວ່າຕົວເອງຈະພົບຈຸດຈົບແບບພວກເຂົາເຫຼົ່ານັ້ນ
  3. ເມື່ອສຶກສາຂໍ້ມູນ ແລະ ຄວາມເປັນໄປໄດ້ເລິກລົງໄປແລ້ວ ຮູ້ສຶກວ່າມັນຫຍຸ້ງຍາກ ຫຼື ມີແນວໂນ້ມທີ່ບໍ່ຄຸ້ມຄ່າກໍ່ເລີຍຖອດໃຈບໍ່ສ່ຽງດີກວ່າ
  4. ບໍ່ມີຄວາມເຊື່ອໝັ້ນ ຫຼື ໝັ້ນໃຈກັບຫຸ້ນສ່ວນທີ່ຈະຮ່ວມທຶນກັນ

1 COMMENT

  1. ແລ້ວ ວິທີແກ້ໄຂຄໍາຕອບເຫຼົ່ານີ້ ແມ່ນຄວນເຮັດແນວໃດ

Comments are closed.