ເມືອງ ໄຊບູລີ ແຂວງ ສະຫວັນນະເຂດ ເລັ່ງຍົກຍ້າຍປະຊາຊົນ ອອກຈາກເຂດນໍ້າຖ້ວມດ່ວນ

ເມື່ອວັນທີ 27 ກໍລະກົດ 2018 ທ່ານ ອ່ອນລະພັນ ບົວສີແກ້ວ ຮອງເຈົ້າເມືອງໄຊບູລີ ໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຂວງວ່າ ໄດ້ມີການຍົກຍ້າຍປະຊາຊົນກວ່າ 60 ຄອບຄົວ ອອກຈາເຂດນ້ຳຖ້ວມໄປໄວ້ບ່ອນທີ່ປອດໄພ ເຊິ່ງທາງແຂວງໄດ້ຈັດກຽມໄວ້ 4 ສູນຄື: ສູນບ້ານຕົ້ນແຫນ, ສູນບ້ານດ້າງສະຫວັນ, ສູນບ້ານສົມສະອາດ ແລະ ສູນໂຮງຮຽນມ/ສ ໝາກນາວ

ທາງດ້ານກອງບັນຊາການທະຫານເມືອງໄຊບູລີ ກໍ່ໄດ້ລະດົມກຳລັງຂອງຕົນເພື່ອລົງຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຄັ້ງນີ້ຢ່າງເຕັມສ່ວນ, ໂດຍໄດ້ນຳເອົາເຮືອຂະໜາດນ້ອຍ ແລະ ກາງ ລົງໃຫ້ຄວາມຊ່ວຍເຫຼືອໃນການຍົກຍ້າຍສິ່ງຂອງທີ່ຈຳເປັນຂອງປະຊາຊົນໄປໄວ້ບ່ອນທີ່ສຸງ ແລະ ມີຄວາມປອດໄພທີ່ສຸດ.

ທ່ານ ພັນໂທ ວິໄຊ ຄຳໄພທູນ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງໄຊບູລີກ່າວວ່າ ນອກຈາກເຂດຊຽງໄຄທີ່ຖືກນໍ້າຖວ້ມ ກໍ່ຍັງມີ ເຂດບ້ານເວີນ,ຕົ້ນແຫນ,ເຂດປາກເຊບັ້ງໄຟ,ເຂດສົມສະອາດ,ເສັ້ນທາງການໄປມາຫາສູ່ຂອງປະຊາຊົນ ທີ່ຢູ່ລຽບຕາມສາຍເຊບັ້ງໄຟບາງເສັ້ນທາງແມ່ນບໍ່ສາມາດສັນຈອນໄປມາໄດ້ມີແຕ່ໃຊ້ເຮືອເທົ່ານັ້ນຈິ່ງໄປໄດ້,ມາຮອດປະຈຸບັນເນື້ອທີ່ທຳການຜະລິດຂອງຊາວນາເມືອງໄຊບູລີ ທີ່ຖືກນໍ້າຖ້ວມ 2.138 ເຮັກຕາ,ສະເພາະການວັດແທກນໍ້າເຊບັ້ງໄຟໃນມື້ວັນທີ 26 ກໍລະກົດ 2018,ວັດແທກໄດ້ 14 ແມັດ 30 ຊັງຕີແມັດ,ເຂດອັນຕະລາຍແມ່ນຢູ່ໃນລະດັບ 15 ແມັດ, ຍັງເຫຼືອພຽງແຕ່ 70 ຊັງຕີແມັດຖືວ່າອັນຕະລາຍ