ເຈົ້າໜ້າທີ່ການຄ້າຈະລົງກວດກາຄວບຄຸມລາຄາສິນຄ້າຕາມຕະຫຼາດທຸກມື້ ຕະຫຼອດເທດສະການປີໃໝ່ລາວ

ເລີ່ມແຕ່ວັນທີ 11 ເມສາ 2019 ເປັນຕົ້ນໄປ ເຈົ້າໜ້າທີ່ສະເພາະກິດຂະແໜງການຄ້າ ພ້ອມລົງຕິດຕາມກວດກາ ແລະ ຄຸ້ມຄອງວຽກງານການຄ້າໃນຕະຫຼາດຢູ່ນະຄອນຫຼວງວຽງຈັນທຸກມື້ ໂດຍເນັ້ນ 4 ເມືອງ ກວດເອົາ 16 ຕະຫຼາດ, ສ່ວນສິນຄ້ານຳເຂົ້າຈາກຕ່າງປະເທດຕ້ອງຂຶ້ນໂຄງປະກອບລາຄາກ່ອນນຳເຂົ້າ.

ທ່ານ ນາງ ວັນມະນີ ພິມມະສານ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ມີການກະກຽມແຜນການໃນກນຈັດຕັ້ງປະຕິບັດຄຸ້ມຄອງລາຄາສິນຄ້າໃນໄລຍະປີໃໝ່ລາວໂດຍຈະແບ່ງເປັນຈຸງານລົງສຳຫຼວດ ໂດຍສະເພາະແມ່ນ 4 ຕົວເມືອງ, ສ່ວນເມືອງອື່ນໆແມ່ນມອບໃຫ້ກັບຫ້ອງການອຸດສາຫະກຳການຄ້າເມືອງດັ່ງກ່າວຮັບຜິດຊອບ.

ເຈົ້າໜ້າທີ່ຈະລົງກວດກາຕົວຈິງໃນແຕ່ລະຕະຫຼາດທຸກມື້ ເຊິ່ງຈະເລີ່ມແຕ່ວັນທີ 11 ເມສາ 2019ເປັນຕົ້ນໄປ ຈົນສຳເລັດເທດສະການປີໃໝ່, ພ້ອມກັບຈະມີການແຈ້ງມາດຕະການຄວບຄຸມລາຄາສິນຄ້າໃຫ້ແກ່ທຸກຄົນຮັບຮູ້ຢ່າງທົ່ວເຖິງ.

ຖ້າຫາກພົບເຫັນແມ່ຄ້າຜູ້ທີ່ລະເມີດຂຶ້ນລາຄາສິນຄ້າກໍ່ຈະນຳຕົວຜູ້ກ່ຽວມາເຮັດບົດບັນທຶກ ແຕ່ຖ້າກວດພົບອີກຈົນເຖິງ 3 ຄັ້ງ ຂຶ້ນໄປ ຈະມີການປັບໄໝ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ການຄ້າ