spot_img
Homeຂ່າວຕ່າງປະເທດຫົວຫນ້າກຸ່ມຟີລິບປິນເຕືອນ ກຸ່ມກໍ່ຄວາມບໍ່ສະຫງົບ (ໄອຊິສ) ISIS ອາດກໍ່ເຫດຍຶດເມືອງມາຣາວີອີກ

ຫົວຫນ້າກຸ່ມຟີລິບປິນເຕືອນ ກຸ່ມກໍ່ຄວາມບໍ່ສະຫງົບ (ໄອຊິສ) ISIS ອາດກໍ່ເຫດຍຶດເມືອງມາຣາວີອີກ

Published on

ຫົວຫນ້າແນວຮ່ວມປົດແອກອິດສະລາມໂມໂຣ (MILF), ມູຣັດ ອັບບຣາຮິມ ທີ່ລົງນາມສັນຕິພາບກັບລັດຖະບານຟີລິບປິນກ່າວ ກັບຜູ້ສື່ຂ່າວວ່າ ກຸ່ມຂອງເຂົາກຳລັງຕໍ່ສູ້ກັບກຸ່ມໄອຊິສ ທີ່ແຊກແຊງຕາມໂຮງຮຽນສອນສາສະຫນາ ແລະມະຫາວິທະຍາໄລ ຫວັງໄດ້ການສະຫນັບສະຫນູນຈາກຄົນຫນຸ່ມສາວຊາວມຸດສະລິມ ຂະນະທີ່ໄອຊິສຈາກມາເລເຊຍ ແລະອິນໂດເນເຊຍກຳລັງຫາທາງເລັດລອດເຂົ້າມາໃນພື້ນທີ່ທາງຕອນໃຕ້ຂອງປະເທດ. ສະຖານະການໃນເມືອງວາຣາວີເທີງເກາະມິນດາເນົາຍັງຄົງມີທ່າທີໃຫ້ເກີດການຍຶດເມືອງອີກຄັ້ງ ຫລັງຈາກທີ່ເຄີຍຖືກຍຶດມາກ່ອນແລ້ວເປັນເວລາ 5 ເດືອນ.

ໄອຊິສ ຫາທາງເຂົ້າມາແຊກຊືມໃນຟີລິບປິນເພາະເສຍພື້ນທີ່ຍຶດຄອງໃນພາກຕາເວັນອອກກາງ ຈື່ງຕ້ອງຫາທີ່ຫມັ້ນແຫ່ງໃຫມ່, ກຸ່ມທີ່ເຄີຍຍຶດເມືອງມາຣາວີ ມີກຳລັງລະດົມຄົນຄັ້ງໃຫມ່ ເພາະໄດ້ກວດເອົາອາວຸດ, ເຄື່ອງກັນກະສຸນ, ເງີນສົດ ແລະຂອງມີຄ່າໄປກ່ອນທີ່ກອງທັບລັດຖະບານຈະຍຶດເມືອງຄືນ. ໃນມື້ນີ້ ວັນທີ 22/2/2018 ຕຳຫລວດປາບປາມການກໍ່ການຮ້າຍຂອງມາເລເຊຍສາມາດຈັບກຸ່ມຜູ້ຕ້ອງສົງໄສໄດ້ 10 ຄົນ ໃນຂະນະທີ່ລັກລອບສົ່ງຄົນຈາກລັດຊາບາດ, ເກາະບໍນຽວ ເຂົ້າໄປທາງຕອນໃຕ້ຂອງຟີລິບປິນ ເພື່ອເຂົ້າຮ່ວມກັບກຸ່ມໄອຊິສ.

ຕຳຫລວດມາເລເຊຍຖະແຫລງການວ່າ ຜູ້ຕ້ອງສົງໄສເປັນຊາຍ 9 ຄົນ, ຍິງ 1 ຄົນ. ຊັນຊາດ ມາເລເຊຍ 3 ແລະຟີລິບປິນ 7 ຄົນ. ໃນກຸ່ມອາບູໄຊຢາຟທີ່ກຸ່ມໄອຊິສກຳລັງຫາທາງຕັ້ງກຸ່ມໃນລັດຊາບາດ ເພື່ອເປັນຖານໃນການລອບສົ່ງນັກຮົບໄອຊິສຈາກທົ່ວພູມິພາກເຂົ້າໄປຮັບການຝຶກທີ່ພາກໃຕ້ຂອງປະເທດຟີລິບປິນ ແລະເປັນຖານໃນການກໍ່ເຫດຢູ່ລັດຊາບາດໃນອະນາຄົດ.

ແຫລ່ງຂ່າວມາເລເຊຍເຜີຍວ່າຫນື່ງໃນຜູ້ຕ້ອງສົງໄສເປັນມືຂວາຂອງ ຟູຣຸຈິ ອິນດາມາ ທີ່ຂື້ນເປັນຫົວຫນ້າກຸ່ມຍ່ອຍຂອງອາບູໄຊຢາຟ, ເທີງເກາະບາລິສັນ ທາງຕອນໃຕ້ຂອງຟີລິບປິນ ແທນ ອີສນີລອນ ຮາປີລອນ ຫົວຫນ້າກຸຸ່ມໄອຊິສເອເຊຍຕາເວັນອອກສຽງໃຕ້ ທີ່ເປັນແກນນຳຍຶດເມືອງມາຣາວີຂອງຟີລິບປິນ ທີ່ຖີກທະຫານປົດຊີວິດ.

 

 

ແຫລ່ງຂ່າວຕ່າງປະເທດ TNA

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...