spot_img
Homeຂ່າວການພັດທະນາຫວຽດນາມຊ່ວຍເຫລືອລ້າ ສ້າງໂຮງໝໍມິດຕະພາບແຂວງຊຽງຂວາງ ມູນຄ່າ 17 ລ້ານໂດລາ!

ຫວຽດນາມຊ່ວຍເຫລືອລ້າ ສ້າງໂຮງໝໍມິດຕະພາບແຂວງຊຽງຂວາງ ມູນຄ່າ 17 ລ້ານໂດລາ!

Published on

SV xiengkhouang 1

ຂປລ. ໃນວັນທີ 2 ມັງກອນ 2016 ທີ່ ​ແຂວງຊຽງຂວາງ ໄດ້ຈັດພິທີວາງສີລາເລີກ​ໂຄງການກໍ່ສ້າງໂຮງໝໍມິດຕະພາບ​ແຂວງ​ຊຽງຂວາງຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກ ງານເສດຖະກິດການຜະລິດ ແລະ ຈໍລະຈອນ ທັງເປັນປະທານຄະ ນະກໍາມາທິການຮ່ວມມື ລາວຫວຽດນາມ, ທ່ານ ຫງວຽນ ຈີ ຢຸງ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ແຜນການ ​ແລະ ການ​ລົງທຶນຫວຽດນາມ ປະທານຄະນະກໍາມາທິການຮ່ວມມື ຫວຽດນາມ-ລາວ ພ້ອມນີ້, ມີທ່ານລັດຖະມົນຕີ​ວ່າການ ກະຊວງ​ສາທາລະນະ​ສຸກ, ທ່ານ​ເຈົ້າ​ແຂວງໆຊຽງຂວາງ, ຮອງ​ປະທານ​ຄະ​ນະ​ກຳມາທິການຮ່ວມ​ມື ລາວ ​ແລະ ຫວຽດນາມ, ບັນດາການນຳສູນກາງ ແລະ ທ້ອງຖິ່ນຂອງສອງປະເທດ ເຂົ້າຮ່ວມ.

ທ່ານ ຫງວຽນ ຈີ ຢຸງ ​ໄດ້​ກ່າວ​ວ່າ: ​ໂຄງການ​ກໍ່ສ້າງ​ໂຮງໝໍມິດຕະພາບ​​ແຫ່ງ​ນີ້ ​ແມ່​ນໂຄງການ​ທີ່ໄດ້ຮັບທຶນ​ຊ່ວຍ​ເຫລື​ອລ້າ​ ຈາກລັດຖະບານ​ຫວຽດນາມ ​ໃຫ້​ແກ່​ລັດຖະບານລາວ  ​ ​​​​ທີ່ໄດ້​ສະ​ແດງ​ເຖິງ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ຄວາມ​ເປັນ​ຫວ່ງ​ເປັນ​ໃຍ​ຂອງ​ການ​ນຳ​ທັງ​ສອງ​ປະ​ເທດ ​​ຕໍ່ກັບການເພີ່ມ​ທະວີວຽກງານການ​​​ຮັກສາ​ສຸຂະພາບ​ຂອງ​ປະຊາຊົນ​ລາວ​ບັນດາ​ ເຜົ່າ. ທັງເປັນ ​ການ​ສ້າງ​ພື້ນຖານທີ່​ດີ​ຮັບ​ໃຊ້​ໃຫ້​ແກ່ວຽກງານ​ກວດສຸຂະພາບ ​ແລະ ປິ່ນປົວ​ພະຍາດ ​ໃນຂະ​ແໜງ​ສາທາລະນະ​ສຸກ​​ຂອງ​ແຂວງ​ ໃຫ້​ມີ​ຄວາມ​ທັນ​ສະ​ໄໝຂຶ້ນ​ເປັນ​ກ້າວໆ.

ນອກຈາກນີ້, ທ່ານ ສຈ.ດຣ. ສົມ​ກົດ ມັງໜໍ່​ເມກ ​ເຈົ້າ​ແຂວງໆຊຽງຂວາງ ໄດ້ກ່າວວ່າ: ໂຄງການກໍ່ສ້າງ ​ໂຮງໝໍມິດຕະພາບ ​ແຂວງ​ຊຽງຂວາງ​​ຖື​ວ່າ​ເປັນ​ການສະ​ແດງ​ເຖິງ ​ບາດກ້າວ​ອັນໃໝ່ແຫ່ງການ​ເພີ່ມ​ທະວີ​ ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ຂອງ ສອງ​ລັດຖະບານ ລາວຫວຽດນາມ, ອັນເປັນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ອັນດີງາມ ແຫ່ງຄວາມສາມັກຄີມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ. ໂຄງການກໍ່ສ້າງໂຮງໝໍ​ແຫ່ງ​ດັ່ງກ່າວ ມີມູນຄ່າການກໍ່ສ້າງປະມານ 17 ລ້ານໂດລາສະຫະລັດ ​​​ເຊິ່ງປະກອບ​ມີ ຕຶກ​ອາຄານ​ທີ່ໄດ້​ມາດຕະຖານ 200 ຕຽງ​​​, ອຸປະກອນ​ການ​ເພດ​ທີ່ທັນ​ສະ​ໄໝ  ​ແລະ ທຶນຝຶກ​ອົບຮົມ​​ຍົກ​ລະດັບ​ວິຊາ​ການ ​ຂະ​ແໜງການ​ສາທາລະນະ​ສຸກ.

ຖ້າໂຄງການນີ້ສຳເລັດ ຈະເປັນການປະກອບສ່ວນອັນໃຫຍ່ຫລວງ ເຂົ້າໃນການພັດທະນາເສດ ຖະກິດສັງຄົມ ຂອງແຂວງຊຽງຂວາງ ເຂົ້າໃນຂະແໜງສາທາລະນະສຸກ ທີ່ຈະໄດ້ມີການນຳໃຊ້ເຄື່ອງມື ແລະ ວິທະຍາສາດເຕັກນິກທາງ ການແພດ ຂັ້ນສູງ ເຂົ້າໃນການບົ່ງມະຕິພະຍາດ ແລະ ການປິນປົ່ວຄົນເຈັບຢູ່ແຂວງຊຽງແຂວງ ແລະ ບັນດາແຂວງອ້ອມຂ້ອງໃຫ້ມີບາດກ້າວໃໝ່ເກີດຂຶ້ນ.

 

ແຫລ່ງຂ່າວ:

ຂປລ

 

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...