ສົກຮຽນ 2017-2018 ມຊ ຮັບເອົານັກສຶກສາ 5 ພັນກວ່າຄົນ

ສົກ​ປີຮຽນ 2017-2018 ນີ້ ມະຫາວິທະຍາໄລ​ແຫ່ງ​ຊາດ (​ມຊ) ຮັບ​ເອົາ​ນັກ​ສຶກ​ສາ​ທີ່​ຜ່ານ​ການ​ສອບເສັງ​ເຂົ້າ​ສຶກ​ສາ​ຕໍ່​ວິຊາ​ຊີບ ​ໃນ​ຄະນະ​ວິຊາ​ຕ່າງໆ​ຫຼາຍ​ກວ່າ 5.000 ຄົນ ໃນ​ນັ້ນ ລວມ​ມີ​ທັງ​ນັກ​ສຶກ​ສາ​ໃນ​ແຜນມີ 919 ຄົນ ໃນ​ຂະນະ​ທີ່​ປີ​ນີ້ ມີ​ຜູ້​ສະໝັກ​ເຂົ້າ​ສອບເສັງ​ທັງ​ໝົດ 18.193 ຄົນ.

ທ່ານ ສົມ​ສີ ຍໍ​ພັນ​ໄທ ວ່າການ​ອະທິການ​ບໍດີ ມະຫາວິທະຍາໄລ​ແຫ່ງ​ຊາດ​ ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 29 ສິງຫາ 2017 ນີ້​ວ່າ: ການ​ສອບເສັງ​ເຂົ້າ​ມະຫາວິທະຍາໄລ​ແຫ່ງ​ຊາດ ສົກ​ປີ 2017-2018 ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 5-6 ສິງຫາ 2017 ໂດຍ​ມີ​ນັກ​ສຶກ​ສາ​ສະໝັກ​ເຂົ້າ​ສອບເສັງ​ທັງ​ໝົດ 18.193 ຄົນ ມີ​ຄວາມ​ສາມາດ​ຮັບ​ເຂົ້າ​ຮຽນ​ໄດ້​ພຽງ 5.000 ກວ່າ​ຄົນ ໂດຍ​ມີ​ຄະນະ​ສຶກ​ສາ​ສາດ​ຮັບ​ເອົາ 283 ຄົນ ຄະນະ​ອັກສອນສາດ 434 ຄົນ ຄະນະ​ວິທະຍາສາດ-ສັງຄົມ 576 ຄົນ ຄະນະ​ເສດຖະສາດ​ບໍລິຫານ​ທຸລະ​ກິດ 600 ຄົນ ຄະນະ​ນິຕິສາດ-ລັດຖະສາດ 240 ຄົນ ຄະນະ​ວິທະຍາສາດ​ທຳ​ມະ​ຊາດ 432 ຄົນ ຄະນະ​ວິສະວະກຳ​ສາດ 728 ຄົນ ຄະນະ​ກະເສດສາດ 192 ຄົນ ຄະນະ​ວິທະຍາສາດ​ປ່າໄມ້ 204 ຄົນ ຄະນະ​ສະຖາປັດຕະຍະກຳ​ສາດ 224 ຄົນ ຄະນະ​ວິທະຍາສາດ​ສິ່ງແວດລ້ອມ 192 ຄົນ ຄະນະ​ຊັບພະຍາກອນ​ນ້ຳ 173 ຄົນ ແລະ ຄະນະ​ວິທະຍາສາດ​ການ​ກີລາ ແລະ ກາ​ຍະ​ກຳ ຮັບ​ເອົາ​ພຽງ 72 ຄົນ.

ທ່ານ ສົມ​ສີ ຍໍ​ພັນ​ໄຊ ຍັງ​ໄດ້​ໃຫ້​ຮູ້​ຕື່ມ​ວ່າ: ນອກຈາກ​ນັກ​ສຶກ​ສາ​ທີ່​ເສັງ​ເຂົ້າ​ແລ້ວ ຍັງ​ມີ​ນັກ​ສຶກ​ສາ​ທີ່​ມາ​ໃນ​ແຜນ​ມີ​ທັງ​ໝົດ 919 ຄົນ ໃນ​ນັ້ນ ມີ​ພະນັກງານ 6 ຄົນ ແລະ ນັກຮຽນ​ຊົນເຜົ່າ 10 ຄົນ ປັດຈຸບັນ​ພວມ​ເປີດ​ໃຫ້​ນັກ​ສຶກ​ສາ​ລົງທະບຽນ​ຕາມ​ແຕ່​ລະ​ສາຂາ​ວິຊາ​ຮຽນ ເຊິ່ງ​ຈະ​ເລີ່ມ​ເປີດ​ສົກຮຽນ​ໃໝ່​ໃນ​ຕົ້ນ​ເດືອນ​ຕຸລາ 2017 ນີ້.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່