spot_img
Homeຂ່າວການພັດທະນາສູນກາງກຳມະບານລາວ ຮຽກຮ້ອງທຸກພາກສ່ວນ ປ້ອງກັນພະຍາດອາຊີບ ກ່ອນເຂົ້າເອອີຊີ!

ສູນກາງກຳມະບານລາວ ຮຽກຮ້ອງທຸກພາກສ່ວນ ປ້ອງກັນພະຍາດອາຊີບ ກ່ອນເຂົ້າເອອີຊີ!

Published on

aec

ຍັງອີກບໍ່ເທົ່າໃດມື້, ປະເທດຂອງພວກເຮົາ ກໍຈະກ້າວເຂົ້າເປັນສະມາຊິກຂອງ ປະຊາຄົມເສດຖະກິດອາຊຽນ ຫລື AEC ເຊິ່ງຮຽກຮ້ອງ ໃຫ້ທຸກ ຂະແໜງການ ຕ້ອງກຽມຄວາມພ້ອມເພື່ອເຊື່ອມໂຍງເຂົ້າ ໃນເສດຖະກິດການຄ້າ ແລະ ການລົງທຶນຂອງ 10 ປະເທດ ເຂົ້າເປັນໜຶ່ງດຽວ ແລະ ຜູ້ອອກແຮງງານລາວເຮົາ ກໍຍິ່ງຈະຕ້ອງມີການພັດທະນາຕົນເອງ ໃຫ້ສູງຂຶ້ນທາງດ້ານຄວາມຮູ້, ຄວາມສາມາດດ້ານສີມືແຮງງານລວມທັງດ້ານຈິດໃຈ ແລະ ສຸຂະພາບ, ສິ່ງ​ສຳຄັນ​ ​ແມ່ນ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ ພະຍາດ​ອາຊີບ.

ທ່ານ ອຸ່ນຄໍາ  ບຸນຍະແສງ ຫົວໜ້າກົມປົກປ້ອງແຮງງານ ສູນກາງສະຫະພັນກໍາມະບານລາວ ໄດ້ໃຫ້ຮູ້ວ່າ: ພະຍາດອາຊີບແມ່ນພະຍາດ ທີ່ເກີດມາຈາກ ການປະກອບອາຊີບ, ການອອກແຮງງານຢູ່ໃນເງື່ອນໄຂ ທີ່ບໍ່ເອື້ອອຳນວຍ ສົ່ງຜົນສະທ້ອນຕໍ່ສຸຂະພາບ ຂອງຜູ້ອອກແຮງງານ, ມີພະຍາດອາຊີບຊໍ້າເຮື້ອ ແລະ ກະທັນຫັນ, ແຕ່ຜູ້ອອກແຮງງານ ບໍ່ຄ່ອຍສົນໃຈ ແລະ ບໍ່ຮູ້ວິທີປ້ອງກັນຕົນເອງ. ອາການນີ້ ​ໄດ້ສົ່ງຜົນສະທ້ອນ ເປັນປະຈໍາຕໍ່ສຸຂະພາບ ຂອງຜູ້ອອກແຮງງານ ຈຶ່ງກາຍເປັນພະຍາດ, ຕົວຢ່າງ: ຜູ້ອອກແຮງງານ ຢູ່ໃນໂຮງງານຕໍ່າແຜ່ນ, ຫຍິບແພເປັນປະຈຳ, ກໍາມະກອນກໍ່ສ້າງ, ກໍາມະກອນແບກຫາມຊີມັງ, ເຮັດວຽກກັບເຄມີ……ເຊິ່ງບໍ່ໄດ້ໃສ່ເຄື່ອງປ້ອງກັນຄື ແພອັດປາກ, ອັດດັງ, ໃສ່ຖົງມື, ຖົງຕີນ….ແລ້ວມື້ໜຶ່ງຂ້າງໜ້າ ກໍຈະເກີດເປັນ ພະຍາດອາຊີບແນ່ນອນ, ນັ້ນກໍຄື ພະຍາດຝຸ່ນປອດ, ພະຍາດຝຸ່ນຊີມັງ, ພະຍາດຜີວໜັງທີ່ມາຈາກເຄມີ.

ພະຍາດອາຊີບກະທັນຫັນມີສາເຫດມາຈາກການໃກ້ຊິດ ຫລື ສໍາພັດກັບທາດເບື່ອ, ສານເຄມີ ຫລື ບັນດາປັດໄຈສ່ຽງທີ່ຮຸນແຮງ ແລະ ມີຄວາມເຂັ້ມຂຸ້ນສູງ ໃນເວລາອັນສັ້ນ, ເປັນຕົ້ນແມ່ນຜູ້ເຮັດວຽກກັບສານເຄມີ, ລັງສີ…..ຢູ່ໃສມີການ ອອກແຮງງານ ແມ່ນຢູ່ບ່ອນນັ້ນຈະເກີດເປັນພະຍາດອາຊີບ ໄດ້ພຽງແຕ່ວ່າ ຈະເກີດມີຫລາຍ ຫລື ໜ້ອຍແມ່ນຂຶ້ນກັບການປ້ອງກັນວ່າເຮັດໄດ້ດີ ຫລື ບໍ່?. ໃນໄລຍະຜ່ານມາ ທາງສູນກາງສະຫະພັນກຳມະບານລາວ ກໍໄດ້ລົງໄປໂຄສະນາ ແລະ ໃຫ້ຄວາມຮູ້ກ່ຽວກັບພະຍາດອາຊີບ ທີ່ເກີດຂຶ້ນມາຈາກທາດໄຍຫີນຂາວ (Asbestos) ທີ່ເປັນອັນຕະລາຍກໍ່ໃຫ້ເກີດມະເຮັງ ແລະ ໄດ້ສັງຫານຜູ້ອອກແຮງງານ ມາແລ້ວເປັນຈໍານວນຫລາຍຊີວິດ, ແຕ່ພວກເຂົາເຫລົ່ານັ້ນກໍບໍ່ທັນຮູ້ ແລະ ບໍ່ທັນໄດ້ຮັບການກວດກາ, ປິ່ນປົວ ແລະ ອຸດໜູນ…

ທ່ານ ຍັງໃຫ້ຮູ້ຕື່ມອີກວ່າ: ພະຍາດອາຊີບ ແມ່ນພະຍາດທີ່ເກີດຂຶ້ນໂດຍບໍ່ເຫັນກັບຕາ ແລະ ມີລັກສະນະແກ່ຍາວ, ຍາມໃດປະກົດມີອາການສະແດງອອກ ໃຫ້ເຫັນແມ່ນເປັນແຮງແລ້ວ. ປັດຈຸບັນຜູ້ອອກແຮງງານລາວ ຍັງມີຄວາມສ່ຽງຫລາຍ ໃນການເປັນ ພະຍາດອາຊີບ ແລະ ຜູ້ທີ່ເປັນແລ້ວ ກໍບໍ່ຮູ້ວ່າຕົນເອງ ເປັນພະຍາດອາຊີບ, ແຕ່ຖ້າຮູ້ແລ້ວຈະໄປກວດຢູ່ໃສ ແລະ ໃຜຈະເປັນຜູ້ກວດ ແລະ ບົ່ງມະຕິພະຍາດວ່າເປັນພະຍາດອາຊີບ?, ໃຜຈະເປັນຜູ້ຈ່າຍ ຄ່າປິ່ນປົວ…..ຜ່ານມາ ສູນກາງສະຫະພັນກຳມະບານລາວ ກໍພະຍາຍາມ ໃຫ້ຄວາມຮູ້ພື້ນຖານກ່ຽວກັບພະຍາດອາຊີບ ໃຫ້ແກ່ຜູ້ອອກແຮງງານ, ແຕ່ກໍບໍ່ໄດ້ຫລາຍ ແລະ ບໍ່ກວ້າງຂວາງເທົ່າທີ່ຄວນ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ເຂົ້າມາມີສ່ວນຮ່ວມ ໃນການໂຄສະນາ ໃຫ້ຜູ້ອອກແຮງງານ ເຊື່ອມຊຶມ ຢ່າງທົ່ວເຖິງ, ເພື່ອໃຫ້ເຂົາເຈົ້າມີສຸຂະພາບແຂງແຮງ ກຽມພ້ອມເຂົ້າສູ່ປະຊາຄົມເສດຖະກິດອາຊຽນ (AEC) ຕາມມາດຕະຖານສາກົນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...